VOV WorldVOV World
ເຂົ້າຮ່ວມ CPTPP - ຄຳໝັ້ນສັນຍາຢ່າງແຮງຂອງຫວຽດນາມໃນການປ່ຽນແປງໃໝ່ແລະເຊື່ອມໂຍງເຂົ້າກັບສາກົນ
12/11/2018 11:13
(VOVWORLD) -ວັນທີ 12 ພະຈິກ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ບັນດາສະມາຊິກສະພາແຫ່ງຊາດໄດ້ປ່ອນບັດຮັບຮອງເອົາມະຕິໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).
ເຂົ້າຮ່ວມ CPTPP - ຄຳໝັ້ນສັນຍາຢ່າງແຮງຂອງຫວຽດນາມໃນການປ່ຽນແປງໃໝ່ແລະເຊື່ອມໂຍງເຂົ້າກັບສາກົນ
ພາຍຫຼັງທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ອ່ານເອກະສານໃຫ້ສັດຕະຍາບັນສັນຍາ CPTPP ຕໍ່ສະພາແຫ່ງຊາດ , ບັນດາສະມາຊິກສະແຫ່ງຊາດລ້ວນແຕ່ໃຫ້ຂໍ້ສັງເກດວ່າ ໂດຍແມ່ນປະເທດສະມາຊິກເຂົ້າຮ່ວມການເຈລະຈາ ແລະ ລົງນາມໃນສັນຍາ CPTPP, ຫວຽດນາມ ພວມຢືນຢູ່ຕໍ່ໜ້າກາລະໂອກາດຫຼາຍຢ່າງ, ແຕ່ກໍ່ຕ້ອງປະເຊີນໜ້າກັບສິ່ງທ້າທາຍບໍ່ແມ່ນໜ້ອຍໃນວິວັດທະນາການເຊື່ອມໂຍງທາງດ້ານເສດຖະກິດເຂົ້າກັບສາກົນ.         ສັນຍາ CPTPP ໂດຍມີການເຂົ້າຮ່ວມຂອງ 11 ພື້ນຖານເສດຖະກິດໃນພາກພື້ນອາຊີ - ປາຊີຟິກ ຈະເລີ່ມມີຜົນສັກສິດໃນທ້າຍເດືອນທັນວາ 2018 ນີ້, ພາຍຫຼັງວັນທີ 31 ຕຸລາ, ອົດສະຕາລີ ໄດ້ໃຫ້ສັດຕະຍາບັນສັນຍາ CPTPP ແລະ ກາຍເປັນປະເທດທີ 6 ທີ່ຮັບຮອງເອົາສັນຍາດັ່ງກ່າວ. ແລະເຂົ້າເປັນສະມາຊິກ ແລະ ໃຫ້ສັດຕະຍາບັນສັນຍາ CPTPP ໂດຍໄວ ໄດ້ຊ່ວຍໃຫ້ຫວຽດນາມ ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງສຳລັບການປ່ຽນແປງໃໝ່ ແລະ ການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ກວ້າງຂວາງກວ່າ; ຢືນຢັນບົດບາດ ແລະ ທີ່ຕັ້ງດ້ານພູມສາດ - ການເມືອງສຳຄັນຂອງຫວຽດນາມ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ກໍ່ຄືອາຊີ - ປາຊີຟິກ, ອັນໄດ້ຍົກສູງທີ່ຕັ້ງຂອງປະເທດຊາດໃນກຸ່ມອາຊຽນ, ກໍຄືບົນເວທີສາກົນຢ່າງແທ້ຈິງ.
TAG
VOV/VOVworld/CPTPP/​ຕ່າງ​ປະ​ເທດ