ຢູ່ສອງນະຄອນໃຫຍ່ຄື ຮ່າໂນ້ຍ ແລະ ນະຄອນ ໂຮ່ຈິມິນ, ໃນເດືອນມີນາ ປີ 2026 ໄດ້ຮັບຮູ້ວ່າ ຄວາມຕ້ອງການໃຊ້ລົດຈັກໄຟຟ້າເພີ່ມຂຶ້ນສູງ, ຫຼາຍຮ້ານຂາຍລົດບໍ່ສາມາດຕອບສະໜອງທັນ ເມື່ອແຫຼ່ງສະໜອງໄດ້ເພີ່ມຂຶ້ນທົບ 3-4 ເທົ່າ ຖ້າທຽບກັບໄລຍະໃນປີ, ອັນໄດ້ເຮັດໃຫ້ລົດຫຼາຍລຸ້ນ “ຂາຍໝົດກ້ຽງ” ຕ້ອງນັດໃຫ້ລູກຄ້າລໍຖ້າແຕ່ 1-3 ເດືອນຈຶ່ງຈະມີ.
ຕາມບັນດານັກຊ່ຽວຊານແລ້ວ, ຄວາມຕ້ອງການລົດໄຟຟ້າ (ທັງລົດໂອໂຕ, ລົດຈັກ ແລະ ລົດຖີບໄຟຟ້າ) ຍັງຈະເພີ່ມຂຶ້ນອີກໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນໃນເວລາທີ່ ຮ່າໂນ້ຍ ທົດລອງເຂດປ່ອຍອາຍເສຍຕ່ຳ ຢູ່ເຂດໃຈກາງໜອງ ຮວ່ານກຽມ ນັບແຕ່ວັນທີ 1 ກໍລະກົດ ປີ 2026 ແລະ ຫຼັງຈາກນັ້ນຈະເປີດກວ້າງອອກອີກ. ທ່ານ ຫງວຽນກວາງຮຸຍ, ຮອງຫົວໜ້າຫ້ອງການຄຸ້ມຄອງຂົນສົ່ງ, ພະແນກກໍ່ສ້າງ ຮ່າໂນ້ຍ ໃຫ້ຮູ້ວ່າ:
ພະແນກກໍ່ສ້າງໄດ້ເປັນປະທານ ສົມທົບກັບສະຫະສະມາຄົມແທັກຊີ ຮ່າໂນ້ຍ, 65 ຫົວໜ່ວຍດຳເນີນທຸລະກິດແທັກຊີໃນບໍລິເວນນະຄອນ ແລະ ກໍ່ໄດ້ຜັນຂະຫຍາຍຖືກຕ້ອງຕາມຂັ້ນຕອນຂອງຄະນະກຳມະການ ປຊຊ ນະຄອນ, ຮັບປະກັນເປົ້າໝາຍຮອດປີ 2030, ລົດແທັກຊີທັງໝົດຢູ່ ຮ່າໂນ້ຍ ຈະປ່ຽນໄປໃຊ້ລົດແລ່ນດ້ວຍພະລັງງານໄຟຟ້າ ແລະ ບັນດາພະລັງງານທີ່ເປັນມິດກັບສິ່ງແວດລ້ອມ.
ຕາມຄຳເຫັນຂອງຜູ້ຊ່ຽວຊານຫຼາຍທ່ານ, ລົດໄຟຟ້າບໍ່ແມ່ນພາຫະນະ ຫຼືເຄື່ອງອຸປະກອນເທົ່ານັ້ນ, ຫາກຍັງແມ່ນຂະແໜງອຸດສາຫະກຳໃໝ່ອີກດ້ວຍ. ດັ່ງນັ້ນ, ຕ້ອງກະກຽມຢ່າງຄົບຖ້ວນ, ພ້ອມທັງດ້ານໂຄງລ່າງກົດໝາຍ, ລະບອບລະບຽບການ ແລະ ພະລັງງານໄຟຟ້າໃໝ່ ຈຶ່ງຈະສາມາດດຳເນີນການເຄື່ອນໄຫວ ແລະ ພັດທະນາແບບຍືນຍົງໄດ້.
ບັນດາຕົວເມືອງໃຫ່ຍຂອງ ຫວຽດນາມ ພວມມານະພະຍາຍາມຫັນປ່ຽນຈາກການໃຊ້ລົດແລ່ນດ້ວຍນ້ຳມັນ ໄປສູ່ການໃຊ້ລົດໄຟຟ້າໃນເວລາໄວທີ່ສຸດ. ອາດເຫັນໄດ້ວ່າ ຜົນປະໂຫຍດຈາກລົດໄຟຟ້າທີ່ໄດ້ນຳມາໃຫ້ສິ່ງແວດລ້ອມແມ່ນດີທີ່ສຸດ, ແຕ່ເຖິງແນວນັ້ນກໍ່ຕາມ, ບັນດາບັນຫາອ້ອມຂ້າງຄື: ການແກ້ໄຂໝໍ້ໄຟ (ແບັດເຕີລີ່) ທີ່ບໍ່ກໍ່ຜົນສະທ້ອນຕໍ່ສິ່ງແວດລ້ອມ, ປ້ອງກັນໄຟໄໝ້ ແລະ ສະໜອງບ່ອນສາກໃຫ້ແກ່ ປຊຊ ຢ່າງພຽງພໍກໍ່ແມ່ນເລື່ອງທີ່ຕ້ອງໄດ້ຄິດໄລ່. ທ່ານປະລິນຍາເອກ ຫວໍຈິີແທັ່ງ ຫົວໜ້າສະຖາບັນຄົ້ນຄ້ວາຍຸດທະສາດເຄື່ອງໝາຍການຄ້າ ແລະ ການແກ່ງແຍ້ງ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:
ປະຈຸບັນ, ບັນຫາລົດໄຟຟ້າແມ່ນເລື່ອງຮ້ອນເຮັ່ງໃນຊຸມປີມໍ່ໆມານີ້, ບໍ່ພຽງແຕ່ແມ່ນຢູ່ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນໃນໂລກອີກດ້ວຍ. ລົດໄຟຟ້າຕິດພັນກັບວິວັດການຫັນເປັນພະລັງງານສີຂຽວ, ນີ້ແມ່ນສິ່ງທີ່ເປັນປະໂຫຍດທີ່ສຸດ. ຄຽງຂ້າງບັນດາຜົນປະໂຫຍດເຫຼົ່ານັ້ນ, ຍັງມີບັນດາບັນຫາຄື: ພະລັງງານສະໜອງໄດ້ເປັນມິດກັບສິ່ງແວດລ້ອມຫຼືບໍ່, ການແກ້ໄຂແບັດເຕີລີ່ ມີຄືແນວໃດ…
ຕາມຄຳເຫັນຂອງຜູ້ຊ່ຽວຊານຫຼາຍທ່ານ, ການຫັນປ່ຽນພາຫະນະ ຕ້ອງຕິດພັນຢ່າງ ສະໜິດແໜ້ນກັບການພັດທະນາຄົມມະນາຄົມສາທາລະນະ ແລະ ການກວດກາພາຫະນະສ່ວນຕົວ. ຕາມນັ້ນແລ້ວ, ຕ້ອງພັດທະນາການຂົນສົ່ງຜູ້ໂດຍສານສາທາລະນະຢ່າງໄວວາຄື: ລົດໄຟຟ້າ, ລົດເມ, ພື້ນຖານໂຄງລ່າງລົດຖີບສາທາລະນະ… ເພື່ອຕອບສະໜອງໄດ້ຕາມຄວາມຕ້ອງການໄປມາຂອງ ປຊຊ ໃນຕົວເມືອງ. ດັ່ງນັ້ນ, ການພັດທະນາລົດໄຟຟ້າແບບຍືນຍົງ ບໍ່ພຽງແຕ່ແມ່ນເລື່ອງຂອງຂະແໜງໜຶ່ງ, ຂົງເຂດໜຶ່ງເທົ່ານັ້ນ, ຫາກຍັງແມ່ນບັນຫາສັງລວມຂອງພື້ນຖານເສດຖະກິດອີກດ້ວຍ - ຈາກລະບອບລະບຽບການ, ເຕັກໂນໂລຊີ, ຕະຫຼາດ, ຕະຫຼອດຮອດມະນຸດ. ຖ້າໝູນໃຊ້ໂອກາດໃຫ້ເປັນຢ່າງດີ, ນີ້ຈະແມ່ນໜຶ່ງໃນບັນດາກຳລັງໜູນສຳຄັນ, ຊ່ວຍໃຫ້ ຫວຽດນາມ ສາມາດພັດທະນາບົນເສັ້ນທາງແຫ່ງການເຕີບໂຕສີຂຽວ ແລະ ຍືນຍົງ ໄດ້ຢ່າງວ່ອງໄວ./.








