ດ້ວຍເລື່ອງ ຫຸ້ນ VIC ເພີ່ມຂຶ້ນເກືອບ 60%ໃນ 1 ເດືອນຜ່ານມາ, ກຸ່ມບໍລິສັດ Vingroup (ຫວຽດນາມ) ໄດ້ລອດເຂົ້າ top 5 ບໍລິສັດໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບມູນຄ່າຕະຫຼາດຂອງໃບຫຸ້ນທັງໝົດ. ມູນຄ່າຕະຫຼາດທັງໝົດຂອງກຸ່ມບໍລິສັດນີ້ບັນລຸປະມານກວ່າ 60 ຕື້ USD, ນຳໜ້າຕະຫຼາດຫຼັກຊັບ ຫວຽດນາມ. ຕາມຂໍ້ມູນຈາກ Companies Market Cap ແລ້ວ, ຄູນຄ່າໃນຕະຫຼາດຫຼັກຊັບຂອງ Vingroup ປັດຈຸບັນຢືນອັນດັບທີ 4 ຢູ່ອາຊີຕາເວັນອອກສ່ຽງໃຕ້, ຖັດຈາກ DBS Group (Singapore), Delta Electronics (ໄທ) ແລະ OCBC (Singapore). ນີ້ກໍ່ແມ່ນຄັ້ງທຳອິດມີວິສາຫະກິດ ຫວຽດນາມ ລອດເຂົ້າ topພາກພື້ນດ້ວຍດັດຊະນີນີ້. Vingroup ແມ່ນກຸ່ມບໍລິສັດຫຼາຍຂະແໜງ, ມີການເຄື່ອນໄຫວຢູ່ຫຼາຍຂົງເຂດຄືຜະລິດລົດໄຟຟ້າ, ເຕັກໂນໂລຢີ, ອະສັງຫາລິມະຊັບ, ພື້ນຖານໂຄງລ່າງ, ພະລັງງານ, ເຫຼັກກ້າ… ວິສາຫະກິດນີ້ໂດຍເສດຖີ ຟ້າມເຍິດເວື້ອງ ສ້າງຕັ້ງເມື່ອປີ 1993.







