ການຢ້ຽມຢາມ ສປປ.ລາວ ຢ່າງ ເປັນທາງການຂອງ ສະຫາຍ ເຈິ່ນເກິມຕູ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ
ພົ້ນເດັ່ນແມ່ນການຢ້ຽມຢາມ ລາວ ຢ່າງເປັນທາງການຂອງ ສະຫາຍ ເຈິ່ນເກິມຕູ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ. ໃນຂອບເຂດການຢ້ຽມຢາມ ລາວ, ສະຫາຍ ເຈິ່ນເກິມຕູ ໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ, ພົບປະເຈລະຈາກັບ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ພ້ອມທັງມີການເຮັດວຽກກັບການນຳຂັ້ນສູງຂອງພັກ ແລະ ລັດ ລາວ. ສອງຝ່າຍໄດ້ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບສະພາບການຂອງແຕ່ລະປະເທດ, ແບ່ງປັນບົດຮຽນປະສົບການໃນວຽກງານກໍ່ສ້າງພັກ, ການປ້ອງກັນຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ກໍ່ຄືການກຳນົດທິດພັດທະນາເສດຖະກິດສັງຄົມໃນໄລຍະໃໝ່.
ໄປຄຽງຄູ່ກັບການເຄື່ອນໄຫວດ້ານການເມືອງ, ສະຫາຍ ເຈິ່ນເກິ້ມຕູ ຍັງໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວການຕ່າງປະເທດທີ່ສຳຄັນຈຳນວນໜຶ່ງຄື ພົບປະກັບພະນັກງານສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ ວຽງຈັນ, ລະດົມກຳລັງໃຈແກ່ພໍ່ແມ່ປະຊາຊົນສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງສອງປະເທດ. ຄະນະຜູ້ແທນ ຫວຽດນາມ ກໍ່ເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳເນື່ອງໃນໂອກາດບຸນປີໃໝ່ຂອງ ລາວ, ຜ່ານນັ້ນ ກໍ່ສະແດງໃຫ້ເຫັນຄວາມສະໜິດຕິດພັນທີ່ໃກ້ຊິດ, ນ້ຳໃຈຄວາມຮັກແພງລະຫວ່າງສອງຊາດ.
ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ສອງຝ່າຍໄດ້ເຫັນດີເປັນເອກະພາບຫຼາຍເນື້ອໃນຮ່ວມມືທີ່ສຳຄັນຄື ສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ຊຸກຍູ້ບັນດາໂຄງການພື້ນຖານຄົມມະນາຄົມຈຸດສຸມ, ເປີດກວ້າງການຮ່ວມມືທາງການຄ້າ, ການລົງທຶນ, ພະລັງງານ ແລະ ການທ່ອງທ່ຽວ. ສອງຝ່າຍກໍ່ເນັ້ນໜັ້ກເຖິງການຍົກສູງປະສິດທິຜົນໃນການຮ່ວມມືໃນຂົງເຂດການສຶກສາ - ບຳລຸງສ້າງ, ການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ເພີ່ມທະວີການສົມທົບໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຮັກສາຄວາມສະຫງົບເຂດຊາຍແດນ.
ການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳໄດ້ດຳເນີນຢູ່ ຫວຽດນາມ ໃນໂອກາດບຸນປີໃໝ່ ລາວ
ພ້ອມກັນນັ້ນ, ໃນເດືອນເມສາ, ມີຫຼາຍການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳໄດ້ດຳເນີນຢູ່ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ ລາວ. ການນຳຂັ້ນສູງ ຫວຽດນາມ ໄດ້ສົ່ງສານອວຍພອນໄປຍັງການນຳລາວ ເຊິ່ງສະແດງໃຫ້ເຫັນນ້ຳໃຈອັນສະໜິດຕິດພັນ, ບໍລິສຸດຜຸດຜ່ອງລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.
ຢູ່ຮ່າໂນ້ຍ, ມະຫາວິທະທະໄລຫຼາຍແຫ່ງທີ່ມີນັກສຶກສາລາວ ຮ່ຳຮຽນຫຼາຍຄື ສະຖາບັນການຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໄດ້ຈັດລາຍການຕ້ອນຮັບບຸນປີໃໝ່ ດ້ວຍບັນດາພິທີກຳທີ່ເປັນມູນເຊື້ອຄື ບາສີສູ່ຂວັນ, ຫົດນ້ຳຂໍໂຊກຂໍລາບ, ສະແດງສິລະປະ ແລະ ພົບປະແລກປ່ຽນກ່ຽວກັບອາຫານການກິນ. ບັນດາເຄື່ອນໄຫວນີ້ ໄດ້ດຶງດູດນັກສຶກສາ ຫວຽດນາມ ແລະ ລາວ ເຂົ້າຮ່ວມເປັນຈຳນວນຫຼາຍ ເຊິ່ງສ້າງເປັນບັນຍາກາດແຫ່ງຄວາມສາມັກຄີ ແລະ ໃກ້ຊິດກັນ.
ໄປຄຽງຄູ່ກັນນັ້ນ, ຢູ່ບັນດາທ້ອງຖິ່ນກໍມີການພົວພັນຮ່ວມມືຢ່າງແໜ້ນແຟ້ນກັບ ລາວ ຄື ເງະອານ, ກວ໋າງຈິ, ອຳນາດການປົກຄອງ ແລະ ບັນດາອົງການກົມກອງລວມໝູ່ ກໍ່ໄດ້ຈັດຕັ້ງການພົບປະ, ອວຍພອນບຸນປີໃໝ່ ແລະ ແລກປ່ຽນວັດທະນະທຳກັບນັກສຶກສາ, ພະນັກງານ ລາວ ທີ່ພວມຮ່ຳຮຽນ, ເຮັດວຽກໃນບໍລິເວນທ້ອງຖິ່ນ. ບັນດາການເຄື່ອນໄຫວນີ້ບໍ່ພຽງແຕ່ຊ່ວຍໃຫ້ນັກສຶກສາລາວ ຮູ້ສຶກໄດ້ເຖິງຄວາມເອົາໃຈໃສ່, ການແບ່ງເບົາເມື່ອຢູ່ຫ່າງໄກຈາກບ້ານເກີດເມືອງນອນເທົ່ານັ້ນ ຫາກຍັງປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ສະໜິດຕິດພັນນ້ຳໃຈຄວາມຮັກແພງລະຫວ່າງປະຊາຊົນສອງປະເທດ, ຜ່ານນັ້ນ ກໍ່ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ ອີກດ້ວຍ.
ການເຄື່ອນໄຫວການທູດຂັ້ນທ້ອງຖິ່ນ
ຢູ່ຂັ້ນທ້ອງຖິ່ນ ແລະ ກະຊວງ, ຂະແໜງການ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ໃນເດືອນເມສາ 2026 ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ຄົບຊຸດໃນຫຼາຍຂົງເຂດ. ຢູ່ຫຼາຍແຂວງທີ່ມີເສັ້ນຊາຍແດນຮ່ວມຄື ເງະອານ ແລະ ບໍລິຄຳໄຊ ສືບຕໍ່ເພີ່ມທະວີການແລກປ່ຽນຄະນະປະຕິບັດ, ສົມທົບກັນພັດທະນາເສດຖະກິດຄ້າຂາຍ, ຄຸ້ມຄອງ, ປົກປ້ອງເຂດຊາຍແດນ, ປັກຫຼັກໝາຍ ແລະ ປົກປັກຮັກສາຄວຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍເຂດຊາຍແດນ.
ຢູ່ຂັ້ນກະຊວງ, ຂະແໜງການ, ບັນດາການເຄື່ອນໄຫວຮ່ວມມືລະອຽດກໍ່ໄດ້ຮັບການຊຸກຍູ້ຢ່າງແຮງ. ກະຊວງອຸດສາຫະກຳການຄ້າສອງປະເທດ ໄດ້ເພີ່ມທະວີການເຮັດວຽກ, ແລກປ່ຽນກ່ຽວກັບການເປີດກວ້າງການຄ້າສອງຝ່າຍ, ຊຸກຍູ້ການເຊື່ອມຕໍ່ຕະຫຼາດ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າສົ່ງອອກຜ່ານດ່ານຊາຍແດນຕ່າງໆ. ກະຊວງຄົມມະນາຄົມແລະ ຂົນສົ່ງສອງປະເທດໄດ້ສົມທົບກັນສຳຫຼວດກວດຄືນ, ຊຸກຍູ້ຄວາມຄືບໜ້າບັນດາໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງຈຸດສຸມ, ພິເສດແມ່ນເສັ້ນທາງບົກລະຫວ່າງ ຫວຽດນາມ ແລະ ລາວ.
ໃນຂົງເຂດການສຶກສາ - ບຳລຸງສ້າງ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ສືບຕໍ່ສົມທົບກັບກະຊວງການສຶກສາ ແລະ ກິລາ ລາວ ຜັນຂະຫຍາຍບັນດາໂຄງການບຳລຸງສ້າງ, ສະໜອງທຶນການສຶກສາ ແລະ ໜູນຊ່ວຍນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ ຫວຽດນາມ. ພ້ອມກັນນັ້ນ ສະຖານການສຶກສາບຳລຸງສ້າງກໍ່ໄດ້ຈັດຫຼາຍການເຄື່ອນໄຫວພົບປະແລກປ່ຽນ, ປະກອບສ່ວນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ລາວ.
ບັນດາການເຄື່ອນໄຫວຮ່ວມມືຢ່າງລະອຽດ ແລະ ແທດຈິງນັບແຕ່ຂັ້ນກະຊວງ, ຂະແໜງການ ຕະຫຼອດຮອດທ້ອງຖິ່ນ ກໍ່ໄດ້ປະກອບສ່ວນສຳຄັນເຂົ້າໃນການນຳການພົວພັນ ຫວຽດນາມ - ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ຍືນຍົງ.
ອາດເວົ້າໄດ້ວ່າ ບັນດາການເຄື່ອນໄຫວທີ່ໄດ້ດຳເນີນໃນເດືອນເມສາ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມສະໜິດຕະພັນດ້ານການເມືອງເທົ່ານັ້ນ ຫາກຍັງແຜ່ກະຈາຍຢ່າງແຮງອອກສູ່ບັນດາຂົງເຂດຄື: ເສດຖະກິດ, ວັດທະນະທຳ, ການສຶກສາ ແລະ ການພົບປະແລກປ່ຽນປະຊາຊົນອີກດ້ວຍ, ຜ່ານນັ້ນ ກໍ່ສືບຕໍ່ຢັ້ງຢືນການພົວພັນແບບພິເສດ, ຫາຍາກລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ. ໃນກະແສນັ້ນ, ມີຫຼາຍເຫດການສຳຄັນໄດ້ດຳເນີນ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ເລິກເຊິ່ງກວ່າອີກ.








