VOV WorldVOV World
ເຜີຍແບກົນອຸບາຍຕ້ານທຳລາຍອົງຄະນະພັກທຸກຂັ້ນ ແລະ ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ
03/10/2019 10:17
(VOVWORLD) -ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຈະດຳເນີນໃນໄລຍະຈະມາເຖິງ. ສວຍໃຊ້ໂອກາດນີ້ ບັນດາອິດທິກຳລັງເປັນປໍລະປັກ ໄດ້ສຸມກຳລັງແຮງເພື່ອຕ້ານທຳລາຍ, ເສກສັ້ນປັ້ນແຕ່ງເປົ້າໝາຍ, ອຸດົມການ, ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ, ພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ, ການຊີ້ນຳນຳພາຂອງພັກ, ວຽກງານບຸກຄະລາກອນຂອງກອງປະຊຸມ.. ເພື່ອແນໃສ່ເຮັດໃຫ້ອິດທິພົນຊື່ສຽງ ແລະ ໝາກຜົນການປະຕິວັດຂອງພັກ ແລະ ລັດຫວຽດນາມຫລຸດລົງ, ລົບລ້າງບົດບາດຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ. ສະນັ້ນ ນັບແຕ່ວັນທີ 3 ຕຸລາປີ 2019, ວິທະຍຸກະຈາຍສຽງຫວຽດນາມ ໄດ້ສ້າງຄໍລຳໃຫມ່ດ້ວຍຫົວເລື່ອງວ່າ: “ຫວຽດນາມ - ຢຶດໝັ້ນເສັ້ນທາງທີ່ໄດ້ເລືອກ" ເພື່ອແນໃສ່ຕໍ່ສູ້ກັບສະພາບການດັ່ງກ່າວໃຫ້ມີປະສິດທິຜົນ. ບົດຂຽນທຳອິດໃນຄໍລຳນີ້ແມ່ນມີຫົວຂໍ້ວ່າ: “ ເຜີຍແບກົນອຸບາຍຕ້ານທຳລາຍອົງຄະນະພັກທຸກຂັ້ນ ແລະ ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ”.
ເຜີຍແບກົນອຸບາຍຕ້ານທຳລາຍອົງຄະນະພັກທຸກຂັ້ນ ແລະ ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ
 ພາບປະກອບ ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ອາຍຸການ 2020- 2025 ຈະຖືກຈັດຂຶ້ນໃນປີ 2020. ນີ້ແມ່ນເຫດການການເມືອງມີຄວາມໝາຍສຳຄັນຍິ່ງຂອງປະເທດຊາດ ແມ່ນບັ້ນດຳເນີນຊີວິດການເມືອງອັນເລິກກວ້າງໃນທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ.ເລື່ອງກະກຽມທຸກດ້ານໃຫ້ເປັນຢ່າງດີ ແມ່ນປັດໄຈ, ປະຖົມປັດໄຈມີຄວາມສຳຄັນທີ່ສຸດ ເພື່ອຈັດຕັ້ງ ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນໃຫ້ປະສົບຜົນສຳເລັດ, ກ້າວໄປເຖິງ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ຕາມນັ້ນແລ້ວ ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ຕ້ອງກະກຽມຢ່າງລອບຄອບຖີ່ຖ້ວນ ແລະ ລະອຽດລະອໍທັງເນື້ອໃນບົດລາຍງານການເມືອງ ແລະ ວຽກງານບຸກຄະລາກອນ. ພິເສດແມ່ນ ເລື່ອງກະກຽມບຸກຄະລາກອນກອງປະຊຸມໃຫຍ່ ມີທີ່ຕັ້ງ, ມີຄວາມໝາຍສຳຄັນທີ່ສຸດ, ແມ່ນປະຖົມປັດໄຈຮັບປະກັນຜົນສຳເລັດຂອງກອງປະຊຸມໃຫຍ່ ແລະ ຜັນຂະຫຍາຍການປະຕິບັດມະຕິຂອງກອງປະຊຸມໃຫຍ່.
TAG
VOV/VOVworld/ບຸກຄະລາກອນ/ອົງຄະນະພັກທຸກຂັ້ນ