VOV WorldVOV World
ເພື່ອພື້ນຖານກະສິກຳພັດທະນາແບບຍືນຍົງ
10/06/2020 09:20
(VOVWORLD) - ນະໂຍບາຍຍົກເວັ້ນ, ຫລຸດຜ່ອນພາສີນຳໃຊ້ທີ່ດິນກະສິກຳ ໄດ້ຮັບຖືວ່າແມ່ນມາດຕະການທີ່ມີຜົນກະທົບຢ່າງໃຫຍ່ຫລວງ, ສຳຄັນ ປະກອບສ່ວນປະຕິບັດແຜນນະໂຍບາຍ, ທັດສະນະຂອງພັກ ແລະ ລັດກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດໃນແຕ່ລະໄລຍະ.
ເພື່ອພື້ນຖານກະສິກຳພັດທະນາແບບຍືນຍົງ
ວັນທີ 10 ມິຖຸນາ, ສະພາແຫ່ງຊາດຫວຽດນາມ ໄດ້ປ່ອນບັດຮັບຮອງເອົາມະຕິວ່າດ້ວຍການແກ່ຍາວການກຳນົດເວລາຍົກເວັ້ນພາສີນຳໃຊ້ທີ່ດິນກະສິກຳຈົນຮອດປີ 2025. ມະຕິສະບັບດັ່ງກ່າວ ແມ່ນການຫັນທັດສະນະ, ແຜນນະໂຍບາຍຂອງພັກ ແລະ ລັດກ່ຽວກັບກະສິກຳ, ຊາວກະສິກຳ, ຊົນນະບົດເປັນລະບອບລະບຽບການ, ສົ່ງເສີມອົງການຈັດຕັ້ງ, ສ່ວນບຸກຄົນທີ່ລົງທຶນເຂົ້າຂະແໜງກະສິກຳ, ພ້ອມກັນນັ້ນ ຍົກສູງກຳລັງແກ່ງແຍ້ງຂອງຜະລິດຕະພັນກະສິກຳຢູ່ຕະຫລາດໃນສະພາບການເຊື່ອມໂຍງເສດຖະກິດເຂົ້າກັບສາກົນ.   ສະພາແຫ່ງຊາດຫວຽດນາມ ໄດ້ປ່ອນບັດຮັບຮອງເອົາມະຕິວ່າດ້ວຍການຍົກເວັ້ນພາສີນຳໃຊ້ທີ່ດິນກະສິກຳ (ພາບປະກອບ/ VNA)         ໂດຍປະຕິບັດແຜນນະໂຍບາຍລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ ພ້ອມທັງໜູນຊ່ວຍຊາວກະສິກອນ, ສົ່ງເສີມການພັດທະນາຜະລິດກະສິກຳ, ນະໂຍບາຍຍົກເວັ້ນ, ຫລຸດຜ່ອນພາສີນຳໃຊ້ທີ່ດິນກະສິກຳ ເຊິ່ງໄດ້ປະຕິບັດນັບແຕ່ປີ 2001 ມາຮອດປັດຈຸບັນ. ຕາມຂໍ້ກຳນົດທີ່ພວມປະກາດໃຊ້ຢູ່ນັ້ນ ນະໂຍບາຍນີ້ ຈະມີຜົນສັກສິດໄປຮອດວັນທີ 31 ທັນວາ 2020.
TAG
VOV/VOVworld/ກະສິກຳ/ພັດທະນາແບບຍືນຍົງ/ຊາວ​ກະ​ສິ​ກອນ/ພາ​ສີ/ທີ່​ດິນ

More