ກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ໄດ້ດຳເນີນຢູ່ ຮ່າໂນ້ຍ ແຕ່ວັນທີ 11 – 13 ພຶດສະພາ. ກອງປະຊຸມໃຫຍ່ ມີຄວາມໝາຍສຳຄັນ, ແນໃສ່ຫັນບັນດາແຜນນະໂຍບາຍ, ນະໂຍບາຍຊີ້ຂາດ, ທັດສະນະໃໝ່ຂອງພັກຕໍ່ບັນດາການເຄື່ອນໄຫວຂອງແນວໂຮມປະເທດຊາດເປັນລະອຽດ, ສະແດງໃຫ້ເຫັນຈິດໃຈສາມັກຄີທົ່ວປວງຊົນທັງຊາດໃນໄລຍະປະເທດຊາດກ້າວເຂົ້າສູ່ສັງກາດພັດທະນາໃໝ່. ກອງປະຊຸມໃຫຍ່ແມ່ນໂອກາດປຸກລຸກກຳລັງແຮງຄວາມເປັນຈິດໜຶ່ງໃຈດຽວຂອງປະຊາຊົນ, ປະກອບສ່ວນສ້າງປະເທດໃຫ້ນັບມື້ນັບພັດທະນາ.
ໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ມະຫາສາມັກຄີທົ່ວປວງຊົນທັງຊາດຍາມໃດກໍແມ່ນກົກເຄົ້າຂອງກຳລັງແຮງ, ແມ່ນປັດໄຈຕັດສິນທຸກໄຊຊະນະຂອງການປະຕິວັດ ຫວຽດນາມ. ກ້າວເຂົ້າສູ່ສັງກາດໃໝ່, ສັງກາດເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ, ຄຳຮຽກຮ້ອງເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ຍິ່ງມີຄວາມຈຳເປັນກວ່າເວລາໃດໝົດ. ໃນສະພາບການນັ້ນ, ກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ບໍ່ພຽງແຕ່ແມ່ນເຫດການການເມືອງທີ່ສຳຄັນເທົ່ານັ້ນ ຫາກຍັງແມ່ນໂອກາດປຸກລຸກຄວາມເປັນຈິດໜຶ່ງໃຈດຽວ, ການຮ່ວມແຮງຮ່ວມໃຈຂອງທົ່ວປວງຊົນ ເພື່ອເປົ້າໝາຍພັດທະນາປະເທດຊາດໃຫ້ວັດທະນາຖາວອນຮຸ່ງເຮືອງສີວິໄລອີກດ້ວຍ.
ມະຫາສາມັກຄີແມ່ນກົກເຄົ້າຂອງກຳລັງແຮງຂອງຊາດ
ນັບແຕ່ຊຸມວັນເດືອນປີຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ ຕະຫຼອດຮອດພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດຄືໃນປັດຈຸບັນ, ຈິດໃຈສາມັກຄີໄດ້ກາຍເປັນຄຸນຄ່າທີ່ຍືນຍົງ, ແມ່ນມູນເຊື້ອອັນລ້ຳຄ່າທີ່ໄດ້ຫຼໍ່ຫຼອມຜ່ານຫຼາຍລຸ້ນຄົນ. ມະຫາສາມັກຄີທົ່ວປວງຊົນທັງຊາດແມ່ນແນວຄິດໃຫຍ່, ລຸລ່ວງຂອງປະທານ ໂຮ່ຈີມິນ ແລະ ຂອງພັກກອມມູນິດ ຫວຽດນາມ. ທ່ານ ຮອງສາດສະດາຈານ, ປອ. ຫງວຽນແມ້ງຮ່າ, ອະດີດຫົວໜ້າສະຖາບັນປະຫວັດສາດພັກ, ຢັ້ງຢືນວ່າ:
“ປະທານ ໂຮ່ຈີມິນ ໄດ້ຢ້ຳຄືນຫຼາຍຄັ້ງຄຳເວົ້າທີ່ວ່າ: “ສາມັກຄີ, ສາມັກຄີ, ມະຫາສາມັກຄີ; ສຳເລັດ, ສຳເລັດ, ມະຫາສຳເລັດ”. ສາມັກຄີຈະບັນລຸຜົນສຳເລັດ ແລະ ມະຫາສາມັກຄີ ຈະບັນລຸມະຫາຜົນສຳເລັດ. ພັກຍາມໃດກກໍເອົາໃຈໃສ່, ສ້າງແນວໂຮມປະເທດຊາດນັບມື້ນັບຍືນຍົງບົນພື້ນຖານອຸດສາຫະກຳ - ກະສິກຳຮ່ວມສຳພັນ, ມີພູມປັນຍາເພື່ອຮັບໃຊ້ໜ້າທີ່ປະຕິວັດໃນແຕ່ລະໄລຍະ”.
ຈາກພຶດຕິກຳຕົວຈິງຢູ່ ຫວຽດນາມ ໄດ້ພິສູດໃຫ້ເຫັນວ່າ ເມື່ອປະຊາຊົນຮ່ວມແຮງຮ່ວມໃຈ ປະເທດຊາດຈະຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ.
ປັດຈຸບັນ, ປະເທດຊາດພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍກາລະໂອກາ ແລະ ສິ່ງທ້າທາຍນາໆປະການສະຫຼັບກັນ, ວາງອອກຫຼາຍຄຳຮຽກຮ້ອງຕ້ອງການໃໝ່ສຳລັບພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໃນນັ້ນ ຫາກຍັງແມ່ນກຳລັງໜູນຍຸດທະສາດເພື່ອພັດທະນາແບບຍືນຍົງ, ນັ້ນແມ່ນຄວາມສາມັກຄີລະຫວ່າງບັນດາຊົນຊັ້ນ, ຊັ້ນວັນນະໃນສັງຄົມ, ລະຫວ່າງພໍ່ແມ່ພີ່ນ້ອງບັນດາເຜົ່າ, ສາສະໜາ, ລະຫວ່າງຊາວ ຫວຽດນາມ ຢູ່ພາຍໃນປະເທດ ແລະ ຢູ່ຕ່າງປະເທດ; ແມ່ນການຜູກພັນລະຫວ່າງພັກ, ລັດ ແລະ ປະຊາຊົນ. ບົນພື້ນຖານຜົນປະໂຫຍດກົມກ່ຽວ, ມຸ່ງໄປເຖິງເປົ້າໝາຍລວມເພື່ອປະເທດຊາດ.
ຄວາມຮັບຜິດຊອບ ແລະ ພາລະກຳປະຫວັດສາດຂອງແນວໂຮມປະເທດຊາດ ຫວຽດນາມ
ໃນໄລຍະພັດທະນາໃໝ່ຂອງປະເທດຊາດ, ກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ສືບຕໍ່ຢັ້ງຢືນບົດບາດຂອງແນວໂຮມປະເທດຊາດແມ່ນ “ຊາຍຄາລວມ” ຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.
ດ້ວຍບົດບາດເຕົ້າໂຮມ, ເສີມຂະຫຍາຍກຳລັງແຮງຂອງປະຊາຊົນທຸກຊັ້ນວັນນະ, ແນວໂຮມປະເທດຊາດໄດ້ປະກອບສ່ວນປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພັກ ແລະ ລັດ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ ເພື່ອເປົ້າໝາຍພັດທະນາປະເທດຊາດ, ທ່ານ ຫງວຽນບິ່ງມິງ, ຫົວໜ້າຫ້ອງການ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ ທິດທາງ, ເປົ້າໝາຍ, ໜ້າທີ່ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍຄວາມເປັນໄປໄດ້ສູງກວ່າ, ກຳນົດ 3 ບຸກທະລຸຈຸດສຸມ, ຕິດພັນກັບຄຳຮຽກຮ້ອງປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງແນວໂຮມຕາມທິດໃກ້ຊິດກັບປະຊາຊົນ ແລະ ຂັ້ນຮາກຖານຢ່າງແຮງ.
“ອະຍຸການນີ້ໄດ້ສ້າງ 3 ບຸກທະລຸ. ບຸກທະລຸທີ 1 ແມ່ນຕ້ອງປັບປຸງກົນໄກໃຫ້ສົມບູນແບບ ແລະ ພິເສດແມ່ນປ່ຽນແປງໃໝ່ເນື້ອໃນແບບວິທີການເຄື່ອນໄຫວຂອງແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນຢ່າງແຮງ. ເນື້ອໃນທີ 2 ແມ່ນຍົກສູງຄຸນນະພາບ, ປະສິດທິຜົນຂອງວຽກງານຕິດຕາມກວດກາການຕີລາຄາສັງຄົມ ຕາມທິດເປັນເຈົ້າການແຕ່ໄວ, ແຕ່ໄກ ແຕ່ຂອດກໍ່ສ້າງ ຕະຫຼອດຮອດຂອດປະຕິບັດນະໂຍບາຍ. ເນື້ອໃນສຸດທ້າຍຂອງການບຸກທະລຸແມ່ນສ້າງຖັນແຖວພະນັກງານແນວໂຮມປະເທດຊາດ ຫວຽດນາມ ເປັນມືອາຊີບ, ສຸດຈິດສຸດໃຈ, ຕອບສະໜອງຕາມາຮຽກຮ້ອງຂອງສະພາບການໃໝ່”.
ການເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດໃນສັງກາດໃໝ່ ທັງແມ່ນຄຳຮຽກຮ້ອງພາວະວິໄສ, ທັງແມ່ນໜ້າທີ່ຍຸດທະສາດຍາວນານ. ດ້ວຍບົດບາດແກ່ນສານຂອງແນວໂຮມປະເທດຊາດ ຫວຽດນາມ ກໍຄືການຮ່ວມແຮງຮ່ວມໃຈຂອງທົ່ວປວງຊົນ, ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຈະສືບຕໍ່ໄດ້ຮັບການປັບປຸງຢ່າງໝັ້ນແກ່ນ, ສ້າງກຳລັງໜູນນຳປະເທດຊາດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ./.








