ໃນ​ໄລ​ຍະ 4 ເດືອນ​ຕົ້ນ​ປີ 2026, ຫວຽດ​ນາມ ສືບ​ຕໍ່​ຮັບ​ຮູ້​ບັນ​ດາ​ສັນ​ຍານ​ຕັ້ງ​ໜ້າ​ຈາກ​ແຫຼ່ງ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ (FDI). ໃນ​ສະ​ພາບ​ເສ​ດ​ຖະ​ກິດ​ທົ່​ວ​ໂລກ​ມີ​ການ​ຜັນ​ແປ​ຫຼາຍ​ຢ່າງ, ເລື່ອງ​ຮັກ​ສາ​ກຳ​ລັງ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ໄດ້​ນັ້ນ​ ສະ​ແດງ​ໃຫ້​ເຫັນ​ວ່າ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຂອງ ຫວຽດນມາມ​ ຍັງ​ໝັ້ນ​ທ່ຽງຢູ່.

ຫວຽດ​ນາມ ຮັ​ບ​ຮູ້​ໝາ​ກ​ຜົນ​ແຫ່ງ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດຢ່າງ​ຕັ້ງ​ໜ້າ, ດ້ວຍ​ທຶນ​ຈົດ​ທະ​ບຽນ​ໃໝ່​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ຄວາມ​ຄືບ​ໜ້າ​ໃນ​ການ​ປ່ອຍ​ເງິນ​ເປັນ​ປົກ​ກະ​ຕິ. ໂອ​ກາດ​ດຶງ​ດູດ​ເງິນ​ລົງ​ທຶນ​ຍັງ​ໃຫຍ່​ຫຼວງ​ຢູ່ເມື່ອ ຫວຽດ​ນາມ ຫັນ​ໄປ​ສູ່​ການ​ດຶງ​ດູດ​ທຶນ FDI ອີງ​ໃສ່​ເຕັກ​ໂນ​ໂລ​ຊີ, ຄຸນ​ນະ​ພາບ​ຊັບ​ພະ​ຍາ​ກອນມະ​ນຸດ ແລະ ນະ​ໂຍ​ບາຍ​ເປັນ​ປົກ​ກະ​ຕິ.

ເຂົ້າ​ຮ່ວມ​ບັນ​ດາ​ຕາໂສ້​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງກວ່າ​ເທື່ອ​ລະ​ກ້າວ

ໃນ​ໄລ​ຍະ 4 ເດືອນ​ຕົ້ນ​ປີ 2026, ທຶນ FDI ຢູ່ ຫວຽດ​ນາມ ຄາດ​ວ່າ​ບັນ​ລຸ 7,40 ຕື້ USD, ເພີ່ມ​ຂຶ້​ນ 9,8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັ​ນ​ຂອງ​ປີ 2025. ນີ້​ແມ່ນ​​ຈຳ​ນວນເງິນ​ລົງ​ທຶນ​ FDI​ສູງ​ສຸດ​ຂອງ​ໄລ​ຍະ​ດຽວ​ກັນ​ໃນ​ໄລ​ຍະ 5 ປ​ີ​ຜ່ານ​ມາ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ບັນ​ດາ​ໂຄງ​ການ FDI ບໍ່​ພຽງ​ແຕ່​ໄດ້​ຈົດ​ທະ​ບຽ​ນ​ໃໝ່​ເທົ່າ​ນັ້ນ, ຫາ​ກ​ຍັງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທ​ິ​ຜົນ​ພໍ​ສົມ​ຄວນ

ສິ່ງ​ທີ່​ໜ້າ​ສົນ​ໃຈນັ້ນ​ແມ່ນ, ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ຜະ​ລິດ ສືບ​ຕໍ່​ແມ່ນ​ຂົງ​ເຂ​ດ​ດຶງ​ດູດ​ທຶນ FDI ຫຼາຍ​ທີ່​ສຸດ, ກວມ​ເອົາ 82,7% ຍອດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ທີ່​ໄດ້​ປະ​ຕິ​ບັດ. ບັນ​ດາ​ໂຄງ​ການ​ໃຫຍ່​ໃນ​ໄລ​ຍະ​ມໍ່ໆ​ມານີ້, ໂດຍ​ສະ​ເພາະ​ແມ່ນ​ໃນ​ໄຕ​ມາດ​ທີ 1 ປີ 2026,ອາດ​ເວົ້າ​ເຖິງ, ຄື: ໂຄງ​ການ​ຜະ​ລິດ​ແຜງວົງ​ຈອນ FCBGA, ມີ​ເງິນ​ລົງ​ທຶນ 1,2 ຕື້ USD ຢູ່ ທາຍງວຽນ ຂອງ Samsung Electro-Mechanics ຫຼື ໂຄງ​ການ​ໄຟ​ຟ້າ​ອາຍ​ແກັດ​ສ LNG, ມີ​ເງິນ​ລົງ​ທຶນ 2,2 ຕື້ USD ຢູ່ ເງະ​ອານ… ອັນໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດ​ນາມ ພວມ​ເຂົ້​າ​ຮ່ວມ​ບັນ​ດາຕາໂສ້​ທີ່ມີ​ມູນ​ຄ່າ​ເພີ່ມ​ສູງ​ໃນ​ລະ​ບົບ​ຕ່ອງ​ໂສ້​ການ​ສະ​ໜອງ​ທົ່ວ​ໂລກ​ນັບ​ມື້​ນັບ​ເລິກ​ເຊິ່ງກວ່າ. ອະ​ທິ​ປາຍ​ກ່ຽວ​ກັບເລື່ອງ ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ແຫຼ່ງ​ທຶນ FDI, ທ່ານ André de Jong, ຜູ້​ອຳ​ນວຍ​ການ​ໃຫ​ຍ່​ຝ່າຍ​ບໍ​ລິ​ຫານ Bosch ຫວຽດ​ນາມ, ຖື​ວ່າ:

“ຫວຽດ​ນາມ ພວມ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ມີ​ຊື່​ສຽງ ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ສາຍ​ຕາ​ຂອງ​ບັນ​ດາ​ບໍ​ລິ​ສັດ ເອີ​ລົບ ກໍ​ຄື​ບັນ​ດາ​ນັກລົງ​ທຶນ​ຢູ່ ເອີ​ລົບ. ເປັນ​ຫຍັງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໄດ້​ກັບ​ມາ​ຢ່າງ​ແຮ​ງ​ຄື​ແນວນັ້ນ?. ຍ້ອນ​​ວ່າໃນ​ໂລ​ກ​​ພວມຂາດຄວາມ​ໝັ້ນ​ທ່ຽງນັ້ນ, ຍາ​ມ​ໃດເພື່ອນ​ກໍ່ຢາກ​ຊອກ​​ສິ່ງ​ໃດ​ໜຶ່ງ​ທີ່​ມີ​ຄວາມ​ໝັ້ນ​ທ່ຽງກວ່າ, ສາ​ມາດ​ຄາດ​ຄະ​ເນ​ລ່ວງ​ໜ້າໄດ້. ຫວຽດ​ນາມ, ດ້ວຍ​ນະ​ໂຍ​ບາຍ​ທີ່ຈະ​ແຈ້ງ ແລະ​ໝັ້ນ​ທ່ຽງ ນັ້ນ, ​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື​່ອ​ໃຈ​ເຊິ່ງ​ເພື່ອ​ນ​ຊອກ​ຫາ ໃນຖາ​ນະ​ເປັນ​ນັກ​ລົງ​ທຶນ. ນອກນັ້ນ, ເລື່ອງ ຫວຽດ​ນາມ ລົງ​ນາມ​ໃນ​ສັນ​ຍາ​ກາ​ນ​ຄ້າເສ​ລີ 17 ສະ​ບັບ, ມີ 15 ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ ໄດ້​ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ ແລະ ຄວາມ​ໝັ້ນ​ທ່ຽງ”.

ນຳ​ໃຊ້​ກະ​ແສ​ຫັນ​ປ່ຽນ​ການ​ລົງ​ທຶນ​ເພື່ອ​ບຸກ​ທະ​ລຸ

​ ກ່ຽວ​ກັບ​ແງ່​ຫວັງ​ປີ 2026, ບັນ​ດາ​ອົງ​ການ​ສາ​ກົນ​ຄື ທະ​ນາ​ຄານ​ໂລກ WB ຫຼື ທະ​ນາ​ຄານ​ພັດ​ທະ​ນາ ອາ​ຊີ (ADB) ລ້ວນ​ແຕ່​ໃຫ້​ຂໍ້​ສັງ​ເກດ​ວ່າ, ແຫຼ່ງ​ທຶນ FDI ທົ່ວ​ໂລກ​ຈະ​ສືບ​ຕໍ່​ຖືກຄວາມ​ກົດ​ດັນ​ຈາກ​ອັດ​ຕາ​ດອກ​ເບຍ​ສູງ, ແງ່​ຫວັງ​ດຶງ​ດູດ​ທຶນ FDI ໃນ​ປີ 2026 ແລະ ໃນ​ຊຸ​ມ​ປີ​ຕໍ່​ໆ​ໄປ​ແມ່ນ​​​ຂຶ້ນ​ກັບຄວາມ​ສາ​ມາດ​ປະ​ຕິ​ຮູບ ແລະ ການ​ຮັບ​ມື​ຂອງ ຫວຽດ​ນາມ ເປັນ​ສ່ວນ​ຫຼາຍ. ຖ້າ​ສືບ​ຕໍ່​ຮັກ​ສາ​ເສດ​ຖະ​ກິດມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ປັບ​ປຸງ​ຄຸນ​ນະ​ພາບ​ພື້ນ​ຖານ​ໂຄງ​ລ່າງ, ຍົກ​ສູ​ງ​ທັກ​ສະໃຫ້​ຜູ້ອ​ອກ​ແຮງ​ງານ ແລະ ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ, ຫວຽດ​ນາມ ສາ​ມາດ​ນຳ​ໃຊ້​ກະ​ແສ​ຫັນ​ປ່ຽນ​ການ​ລົງ​ທຶນ​ເພື່ອ​ບຸກ​ທະ​ລຸ​ໄດ້.

ຫວຽດ​ນາມ ກໍ່​ຕ້ອງ​ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ການລົງ​ທຶນ​ຕ່າງ​ປະ​ເທດ​ຢ່າງ​ຄົບ​ຊຸດ, ຫັນ​ປ່​ຽນ​ຈິນ​ຕະ​ນາ​ການ​ຈາກ​ການ​ດຶງ​ດູດ​ທຶນ ໄປ​ສູ່​ການ​ພັດ​ທະ​ນາ​ພື້ນ​ຖານ​ການ​ລົງ​ທຶນ​ຍຸ​ດ​ທະ​ສາດ​ແຫ່ງ​ຊາດ​ຢ່າງ​ແຮງ, ດຶງ​ດູດ​ທຶນ FDI ໂດຍ​ມີ​ການ​ຄັດ​ເລືອກ. ທ່ານ ເຈິ່ນ​ຕ​ວ່ານ​ທັງ, ຫົວ​ໜ້າ​ຄະ​ນະ​ສາ​ກົນ ແລະ ນະ​ໂຍ​ບາຍ​ເຊື່ອມ​ໂຍງ, ສະ​ຖາ​ບັນ​ຍຸດ​ທະ​ສາດ ແລະ ນະ​ໂຍ​ບາຍ​ເສ​ດ​ຖະ​ກິດ - ການ​ເງິນ, ກະ​ຊວງ​ການ​ເງິນ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

“ບັນ​ດາ​​ທິດທາງ​ດຶງ​ດູດ​ເງິນ​ລົງ​ທຶນ​ຈະ​ສຸມ​ໃສ່ບັນ​ດາ​ຂະ​ແໜງ​ເຊິ່ງ ຫວຽດ​ນາມ ພວມ​ເອົາ​ໃຈ​ໃສ່. ຕົວ​ຢ່າງ​ຄື​ບັນ​ດາ​ຂົງ​ເຂດ R&D, ເອ​ເລັກ​ໂຕ​ນິກ, ປັນ​ຍາ​ປະ​ດິດ (AI), ຫຼື ບັນ​ດາ​ຂົງ​ເຂດ​​ເຕັກ​ໂນ​ໂລ​ຢີ​ສູງ​ອື່ນໆ. ຂ້າ​ພ​ະ​ເຈົ້າ​ຖື​ວ່າ ປີນີ້​ແມ່ນ​ຈຸດ​ເວ​ລາ​ທີ່​ພວ​ກ​ເຮົາ​ຄວນເລີ່ມ​ປະ​ຕິ​ບັດ ເພື່ອ​​​ຫັນ​ປ່ຽນ​​ທິດ​ທາງ​ທີ່​ໄດ້​ກຳ​ນົດ​ເປັນລະ​ບອບ​ລະ​ບຽບ​ການ​​ອັນລະ​ອຽດ​ຢ່າງ​ແທ້​ຈິງ, ເພື່ອ​ສາ​ມາດ​ດຶງ​ດູດ​ທຶນ FDI ທົ່ວ​ໂລກນີ້ໃຫ້​ໄດ້”.

ປະ​ຈຸ​ບັນ, ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​​ພວມ​ຄົ້ນ​ຄວ້າ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ກົມ​ການ​ເມືອງ​ປະ​ກາດ​ໃຊ້​ມະ​ຕິ​ສະ​ເພາະ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ມີ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ໃໝ່. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ຍາມ​ໃດ ຫວຽດ​ນາມ ກໍ່​ເອົາ​ໃຈ​ໃສ່, ຖື​ເປັນ​ສຳ​ຄັນ​ເສດ​ຖະ​ກິດ​ທີ່​ມີ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ທີ່​ມີ​ຕໍ່​ວິ​ວັດ​​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ເປັນ​ສຳ​ຄັນ, ຄຽງ​ຂ້າງ​ບົດ​ບາດ​ຂອງ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ, ເສດ​ຖະ​ກິດ​ພາກ​ລັດ.