ກອ​ງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 48 ມີ​ຫົວ​ຂໍ້ “ການ​ນຳ​ທາງ​ອະ​ນາ​ຄົດ​ຂອງ ອ​າ​ຊຽນ ຮ່ວມ​ກັນ”. ກອງ​ປະ​ຊຸມ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື 3 ບຸ​ລິ​ມະ​ສິດ​ໃຫຍ່: ພື້ນ​ຖານ​ກ່ຽວ​ກັບ​ສັນ​ຕ​ິ​ພາບ ແລະ ຄວາມ​ໝັ້ນ​ຄົງ; ບັນ​ດາ​ແລວ​ພັດ​ທະ​ນາ; ມອບ​ສິດ​ໃຫ້​ແກ່​ປະ​ຊາ​ຊົນ.

ອາ​ຊຽນ ຫັນ​ຈາກ​ຈິນ​ຕະ​ນາ​ການ “ປັບ​ຕົວ” ໄປ​ສູ່​ຈິນ​ຕ​ະ​ນາ​ການ “ເປັນ​ເຈົ້າ​ການ​ກຳ​ນົດ​”

ນີ້​ແມ່ນກອງ​ປະ​ຊຸມ​ສຸດຍອດ​ຄ​ັ້ງ​ທຳ​ອິດ​ຂອງ ອາ​ຊຽນ ໃນ​ປີ 2026, ກໍ​ແມ່ນ​ຈຸດ​ເວ​ລາ ອາ​ຊຽນ ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​ ພາຍຫຼັງ​ເສັ້ນ​ທາງ​ຫັນ​ວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ ຮອດ​ປີ 2025 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ປັດ​ຈຸ​ບັນ​ຂອງ ອາ​ຊຽນ ບໍ່​ພຽງ​ແຕ່​ຢຸດ​ຢູ່​ບັນ​ດາ​ບັນ​ຫາ​ເດີ​ມ ​ຄື ການ​ຄ້າ ຫຼື ການ​ຮ່ວມ​ສຳ​ພັນ​ພາຍ​ໃນ​ເຂດ​ເທົ່າ​ນັ້ນ, ຫາກ​ຍັງ​ເປີດກວ້າງ​ໄປ​ສູ່​ການ​ແກ້ງ​ແຍ້ງ​ຍຸດ​ທະ​ສາດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່, ​ລະ​ບົບ​ສະ​ໜອງ​ຖືກ​ຂາດ​ວັກ​ຂາດ​ຕອນ; ​ການ​ຫັນ​ເປັນ​ສີ​ຂຽວ, ຫັນ​ເປັນ​ດີ​ຈີ​ຕອນ, ຄວ​າມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ ແລະ ນັບ​ທັງ​ຄວາມ​ສ່ຽງ​ແບ​່ງ​ແຍກ​ເສດ​ຖະ​ກິດ​ທົ່ວ​ໂລກ​ອີກ​ດ້ວຍ. ໃນ​ສະ​ພາບ​ການ​ນັ້ນ, ຫົວ​ຂໍ້​ທີ່ ຟີ​ລິບ​ປິນ ຄັດ​ເລືອກ​ໃນ​ປີປະ​ທານ ອາ​ຊຽນ 2026 – “ການ​ນຳ​ທາງ​ອະ​ນາ​ຄົດ​ຂອງ ອ​າ​ຊຽນ ຮ່ວມ​ກັນ” - ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຈິດ​ໃຈ​ຂອງ​ພາກ​ພື້ນ. ນັ້ນ​ແມ່ນ ອາ​ຊຽນ ຢາກ​ສືບ​ຕໍ່​ສວມ​ບົດ​ບາດ “ເປັນ​ຜູ້​ພາ​ທາງ” ແທນ​ທີ່​ຖືກ​ຕົກ​ເຂົ້າ​ສູ່​ກະ​ແສແກ້ງ​ແຍ້ງ​ສາ​ກົນ.

ສິ່ງທີ່​ໜ້າ​ສົນ​ໃຈ​ຂອງກອງ​ປະ​ຊ​ຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 48 ແມ່ນ​ ເນື້ອ​ໃນ​ຈຸດ​ສຸມ​ບໍ່​ພຽ​ງ​ແຕ່​ນອນ​ຢູ່​​ໃນການ​ຮັກ​ສາ​ຄວາມ​ສາ​ມັກ​ຄີ​ພາຍ​ໃນ​ກຸ່ມເທົ່າ​ນັ້ນ, ຫາກ​ຍັງ​ນອນ​ຢູ່​ນຳ​ການ​ສ້າງ​ກຳ​ລັງ​ຄວາມ​ສາ​ມາດ​ສ້າງ​ຄວາມ​ເຂ​ັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຍຸດ​ທະ​ສາ​ດ​ຂອງ ອາ​ຊຽນ ອີກ​ດ້ວຍ. ສິ່ງ​ດັ່ງ​ກ່າວ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ອາ​ຊຽນ ພວມ​ຫັນ​ຈາກຈິນ​ຕະ​ນາ​ການ “ປັບ​ຕົວ” ໄປ​ສູ່​ຈິນ​ຕະ​ນາ​ການ “ເປັນ​ເຈົ້າ​ການ​ກຳ​ນົດ”. ໃນສະ​ພາບ​ການ​ໂລກ​ທີ່​ນັບ​ມື້​ນັບ​ຂາດ​ສະ​ຖຽນ​ລະ​ພາບ​ນັ້ນ, ອ​າ​ຊຽນ​ ເຂົ້າ​ໃຈ​ວ່າ ຖ້​າບໍ່​ມີ​ກຳ​ລັງ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ​ເພື່ອ​ເປັນ​ເຈົ້າ​ຕົນ​ເອງ​ທາງ​ດ້ານ​ເສດ​ຖະ​ກິດ, ເຕັກ​ໂນ​ໂລ​ຢີ ແລະ ລະ​ບົບ​ສະ​ໜອ​ງ​ໄດ້, ພາກ​ພື້ນ​ຈະ​ກາຍ​ເປັນ​ບ່ອນ​ຖືກ​ຜົນ​ກະ​ທົບ​ໂດຍ​ກົງ​ຈາກ​ບັນ​ດາ​ການ​ແກ້ງ​ແຍ້ງ​ສິດ​ອຳ​ນາດ​ທົ່ວ​ໂລກ​ຢ່າງ​ງ່າຍ​ດາຍ. ໃນ​ກອງ​ປະ​ຊຸມ, ທ່ານນາງ Theresa Lazaro ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟີ​ລິບ​ປິນ ໄດ້​ເນັ້ນ​ໜັກ​ວ່າ:

“ໃນ​ສະ​ພາບ​​ທີ່​ເກີດ​ມີບັນ​ດາ​ການ​ຜັນ​ແປ​ຢ່າງ​ຮີບ​ດ່ວນ​ນີ້, ອາ​ຊຽນ ບໍ່​ຫຼົງ​ລືມ​ບັນ​ດາ​ບຸ​ລິ​ມະ​ສິດ​ທີ່ກວ້າງ​ໃຫຍ່ ແລະ ຍາວ​ນານ​ຂອງ​ຕ​ົນ. ດ້ວຍ​ຫົວ​ຂ​ໍ້​ປະ​ທານໝູນ​ວຽນ ອາ​ຊຽນ​ ຂອງ​ຟີ​ລິບ​ປິນ ປີ 2026 “ພ້ອມ​ກັນ​ກຳ​ນົດ​ທິດ​ອະ​ນາ​ຄົດ”, ອາ​ຊຽນ ເຂົ້າ​ໃຈ​ວ່າ ເພື່ອ​ຜ່ານ​ຜ່າ​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ໃນ​ປັດ​ຈຸ​ບັນ ຮຽກ​ຮ້ອງ​ຕ້ອງ​ມີ​ທັງ​ຄວາມ​​ມີໄຫວ​ພິບ ແລະ ຄວາມ​ສາ​ມາດ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ຮີບ​ດ່ວນ​ໃນ​ຕໍ່​ໜ້າ, ກໍ​ຄື​​ໃຫ້ຄຳ​ໝັ້ນ​ສັນ​ຍາ​ຢຶດ​ໝັ້ນ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ໄລ​ຍະ​ຍາວ​ໃນ​ປະ​ຊາ​ຄົມ ອາ​ຊຽນ ປີ 2045.”

ກອງ​ປະ​ຊຸມ​ຄັ້ງ​ນີ້ ໄດ້​ສຸມ​ໃສ່​ສາມ​ການ​ກຳ​ນົດ​ທິດ​ໃຫຍ່​ຂອງ​ ອາ​ຊຽນ ປີ 2026, ລວມ​ມີ: ປັບ​ປຸງ​ບັນ​ດາ​ປັດ​ໄຈ​ແກ່ນ​ສານ​ສຳ​ລັບ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ; ເປີດກວ້າງ​ບັນ​ດາ​ແລວ​ວັດ​ທະ​ນາ​ຖາ​ວອນ ແລະ ການ​ຮ່ວມ​ສຳ​ພັນ​ເສດ​ຖະ​ກິດ; ຊຸກ​ຍູ້​ການມອບ​ສິດ​ໃຫ້​ແກ່​ປະ​ຊາ​ຊົນ ອາ​ຊຽນ.

ຫ​ວຽດ​ນາມ - ​ຕົວ​ຢ່າງ​ທີ່ເປັນ​​ປະ​ໂຫຍດ​ໃຫ້​ແກ່ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ

ໃນ​ສະ​ພາບ​ການ ອາ​ຊຽນ ພວມ​ຊອກ​ຫາ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ໃໝ່, ຫວຽ​ດ​ນາມ ໄດ້​ພົ້ນ​ເດັ່ນ​ຂຶ້ນ​ຄື​ເປັນ​ຕາ​ໂສ້​ສຳ​ຄັນ​ໃນ​ວິ​ວັດ​ທະ​ນາ​ການ​ປັບ​ປຸງ​ໂຄງ​ສ້າງ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ​ຄືນ​ໃໝ່. ບັນ​ດາ​ຜົນ​ງານ​ກ່ຽວ​ກັບ​ການ​ດຶງ​ດູດ​ການ​ລົງ​ທຶນ, ພັດ​ທະ​ນາ​ພື້ນ​ຖານ​ໂຄ​ງ​ລ່າງ, ການ​ຫັ​ນ​ເປັນ​ດີ​ຈີ​ຕອນ ແລະ ເສດ​ຖະ​ກິດ​ສ​ີ​ຂຽວ ຊ່ວຍ​ໃຫ້ ຫວຽດ​ນາມ ກາຍ​ເປັນ​ຮູບ​ແບບ​ທາບ​ທາມ​ສຳ​ລັບຫຼາຍ​ປະ​ເທດໃນ​ພາກ​ພື້ນ. ທ່ານ Kao Kim Houn ​ເລ​ຂາ​​ທິ​ການ​ໃຫຍ່ ອ​າ​ຊຽນ, ຖື​ວ່າ:

“ພື້ນ​ຖານ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ພວມ​ມີ​ການ​ເຕີບ​ໂຕ​ຢ່າງວ່ອງ​ໄວ, ນີ້​ແມ່ນ​ສິ່ງ​ທີ່​ພວກ​ຂ້າ​ພະ​ເຈົ້າ​ຕີ​ລາ​ຄ​າ​ສູງ​ບັນ​ດາ​ສິ່ງ​ທີ່ ຫວຽດ​ນາມ ພວມເຮ​ັດ. ດັ່ງ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ລໍ​ຄ​ອຍ​ໄດ້​ເຫັນ​ປະ​ຈັກ​ຕາ​ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ, ພ​ິ​ເສດ​ແມ່ນ​ໃນ​ບັນ​ດາ​ແງ່​ມູມ​ທີ່​ແຕກ​ຕ່າງ​ກັນ​ຂອງ ອາ​ຊຽນ. ອາ​ຊຽນ ຫາ​ກໍ່​ເລີ່ມ​ປະ​ຕິ​ບັດ​ວ​ິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ ປີ 2045 ແລະ 4 ແຜນ​ການ​ຍຸດ​ທະ​ສາດ​ໃຫຍ່, ດັ່ງ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ພວມ​ມີ​ບັນ​ດາ​ບາດ​ກ້າວ​ເດີນ​ໄວ​ທີ່​ສຸດ​ຂອງວິ​ໄສ​ທັດໄລ​ຍະ 20 ປີ​ນີ້. ດ້ວຍ​ການ​ນຳ​ພາ​ຂອງ​ການ​ນຳ​ຊຸດ​ໃໝ່ ແລະ ຄວາມ​ເຂັ້ມ​ແຂງ​ຈາກ ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ນັ້ນ​ແມ່ນ​ສິ່ງ​ທີ່​ສຳ​ຄັນທີ່​ສຸດ​ສຳ​ລັບ ອາ​ຊຽນ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຫວຽດ​ນາມ ຈະ​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່ກວ່າ​ຕາມຫຼາຍ​ແບບ​ວິ​ທີ​ທີ່​ແຕກ​ຕ່າງ​ກັນ”.

ເລື່ອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເຂ​ົ້າ​ຮ່ວມກອງ​ປະ​ຊຸມ ກໍ​ມີ​ຄວາມ​ໝາຍ​ພິ​ເສດ ໃນ​ຂະ​ນະ​ທີ່​ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ທູດຫຼາຍ​ຝ່າຍ​ຄັ້ງ​ທຳ​ອິດ​ຂອງ​ການ​ນຳ​ລັດ​ຖະ​ບານ ຫວຽດ​ນາມ ຊຸດ​ໃໝ່. ສິ່ງ​ດັ່ງ​ກ່າວ ໄດ້​ສົ່ງ​ສານ​ອັນ​ຈະ​ແຈ້ງວ່າ ອາ​ຊຽນ ສືບ​ຕໍ່​ແມ່ນ​ບຸ​ລິ​ມະ​ສິດ​ຍຸດ​ທະ​ສາດ​ແຖວ​ໜ້າ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ. ທ່ານນາງ ໂຕນ​ທິ​ງອກ​ເຮືອງ ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ອາ​ຊຽນ ຢັ້ງ​ຢືນ​ວ່າ:

“ຫວຽດ​ນາມ ສືບ​ຕໍ່​ເຂົ້າ​ຮ່ວມ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ, ກ່ອນ​ອື່ນ​ໝົດ​ແມ່ນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຮັບ​ມື ແລະ ປະ​ສານ​ງານ​ລວມ​ຂອງ ອາ​ຊຽນ ຕໍ່​ບັນ​ດາ​ການ​ຜັນ​ແປ​ທີ່​ສັບ​ສົນ​ຂອງ​ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ. ຫວຽດ​ນາມ ສືບ​ຕໍ່​ສົມ​ທົບ​ກັນ​ປະ​ກອບ​ສ່ວນ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ຜັນ​ຂະ​ຫຍາຍ​ບັນ​ດາ​ແຜນ​ການ​ຍຸດ​ທະ​ສາດ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ ເພື່ອ​ປະ​ຕ​ິ​ບັດ​ວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ ປີ 2045, ນຳ​ທຸກ​ເປົ້າ​ໝາຍ, ແຜນ​ການ​ລວມ​ຂອງ ອາ​ຊ​ຽນ ກາຍ​ເປັນ​ບັນ​ດາ​ເປົ້າ​ໝາຍ, ແຜນ​ການ​ພັດ​ທະ​ນາ​ຂອ​ງ​ແຕ່​ລະ​ປະ​ເທດ, ພ້ອມ​ທັງ​ຂຸດ​ຄົ້ນ​ທ່າ​ໄດ້​ປຽບ​ຂອງ​ການ​ຮ່ວມ​ມື ແລະ ການ​ຮ່ວມ​ສຳ​ພັນ ອາ​ຊຽນ ສາ​ມາດ​ທີ່ນຳ​​ມາໃຫ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ຢູ່​ພາຍ​ໃນ​ປະ​ເທດ ໃຫ້​ໄດ້ຫຼາຍ​ທີ່​ສຸດ”.

ດ້ວຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ ແລະ ດຸ່ນ​ດ່ຽງ, ຫວຽດ​ນາມ ໄດ້​ຮັບ​ຂໍ້​ສັງ​ເກດ​ຄື​ດັ່ງ​ເປັນ​ປັດ​ໄຈ​ປະ​ກອບ​ສ່ວນ​ຮັກ​ສາ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ພາຍ​ໃນ​ກຸ່ມ ກໍ​ຄື​ປັບ​ປຸງ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ ໃນ​ໂຄງ​ສ້າງ​ພາກ​ພື້ນ. ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ບໍ່​ພຽງ​ແຕ່​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ​ເທົ່າ​ນັ້ນ, ຫາກ​ຍັງ​ພວມ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ມີ​ຄວາມ​ສາ​ມາດ​ປະ​ກອບ​ສ່ວນ​ກຳ​ນົດ​ທິດ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ​ອີກ​ດ້ວຍ./.