ເສີມຂະຫຍາຍພູມປັນຍາຂອງບັນດານັກວິທະຍາສາດໃນການສ້າງຍຸດທະສາດພັດທະນາປະເທດຊາດ
04/03/2019 09:07
(VOVWORLD) - ການເຮັດວຽກກັບບັນດານັກຊ່ຽວຊານແຖວໜ້າໃນຫຼາຍຂົງເຂດຂອງຫວຽດນາມ ແມ່ນການກະທໍາຊິນເຄີຍຂອງຜູ້ນໍາລັດຖະບານໃນໄລຍະຜ່ານມາ.

ທ້າຍອາທິດຜ່ານມາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບບັນດານັກວິທະຍາສາດ ແລະ ນັກຊ່ຽວຊານເສດຖະກິດແຖວໜ້າຂອງຫວຽດນາມ ເພື່ອຮັບເອົາຄໍາເຫັນປະກອບໃສ່ການກໍານົດທິດຍຸດທະສາດ, ວິໄສທັດ ສໍາລັບໄລຍະ 10 ປີ ຈະມາເຖິງ ເຊິ່ງອະນຸກໍາມະການເສດຖະກິດ-ສັງຄົມ ພວມກໍ່ສ້າງ, ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ. ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ເລື່ອງບັນດານັກຊ່ຽວຊານໄດ້ປະກອດຄໍາຄິດເຫັນຢ່າງຈິງໃຈ, ມີວິທະຍາສາດ, ຊັດເຈນ ແລະ ຫຼາຍຮູບຫຼາຍແບບ, ບໍ່ພຽງແຕ່ປະກອບຄໍາເຫັນກ່ຽວກັບທັດສະນະພັດທະນາ, ຈິນຕະນາການພັດທະນາເທົ່ານັ້ນ ຫາກຍັງມີວິທີການສໍາຜັດອີກດ້ວຍ. ນີ້ແມ່ນພື້ນຖານສໍາຄັນເພື່ອໃຫ້ອະນຸກໍາມະການເສດຖະກິດ-ສັງຄົມ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນໍາໜ້າ,ຄົ້ນຄວ້າສ້າງເປັນຍຸດທະສາດພັດທະນາເສດຖະກິດສັງຄົມສໍາລັບ 10 ປີ ຕໍ່ໄປ. ການເຮັດວຽກກັບບັນດານັກຊ່ຽວຊານແຖວໜ້າໃນຫຼາຍຂົງເຂດຂອງຫວຽດນາມ ແມ່ນການກະທໍາຊິນເຄີຍຂອງຜູ້ນໍາລັດຖະບານໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີ ຍາມໃດກໍປາດຖະໜາຢາກຮັບຟັງບັນດາຄໍາເຫັນປະກອບຈາກບັນດານັກຊ່ຽວຊານ ເພື່ອໃຫ້ມີວິໄສທັດຮອບດ້ານໃນການຊີ້ນໍາ ແລະ ບໍລິຫານເສດຖະກິດ - ສັງຄົມ.
TAG
VOV/VOVworld/ຍຸດທະສາດ/ເສດຖະກິດສັງຄົມ/ນັກວິທະຍາສາດ/ນັກຊ່ຽວຊານ/ລາຍຮັບປານກາງ
Related







