ເວທີປາໄສ ອາຊີ ປົວຢາວ ຊຸກຍູ້ບົດບາດຂອງ ອາຊີ ແລະ ການໂອ້ລົມສົນທະນາ
29/03/2024 07:30
(VOVWORLD) - ດ້ວຍຫົວຂໍ້ວ່າ “ອາຊີ ແລະ ໂລກ: ສິ່ງທ້າທາຍລວມ, ຄວາມຮັບຜິດຊອບລວມ”, ກອງປະຊຸມປະຈຳປີເວທີປາໄສ ອາຊີ ປົວຢາວ (BFA) ປີນີ້ ໄດ້ສຸມໃສ່ຊຸກຍູ້ການຮ່ວມມື, ຍົກສູງບົດບາດນຳພາຂອງ ອາຊີ ໃນການຮັບມືກັບບັນດາສິ່ງທ້າທາຍລວມທົ່ວໂລກ.

ກອງປະຊຸມປະຈຳປີເວທີປາໄສ ອາຊີ ປົວຢາວ (BFA) ປີນີ້ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 26 -29 ມີນາ, ຢູ່ເກາະ ໄຫໜານ (ປະເທດຈີນ), ດ້ວຍວາລະໄຂທາງການຈັດຂຶ້ນໃນວັນທີ 28 ມີນາ. ມີຜູ້ແທນກ່ວາ 2.000 ຄົນມາຈາກກ່ວາ 60 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມ, ນີ້ແມ່ນເວທີປາໄສໂອ້ລົມສົນທະນາຂະໜາດໃຫຍ່ທີ່ສຸດຢູ່ ອາຊີ ກ່ຽວກັບບັນດາບັນຫາການຄຸ້ມຄອງບໍລິຫານພາກພື້ນ ແລະ ທົ່ວໂລກ.
TAG
VOV/VOVworld/ເວທີປາໄສປົວຢາວ/ປະເທດ ຈີນ/ການພັດທະນາ
Related








