ຫວຽດນາມ ແລະ ບັນດາການປະກອບສ່ວນໃຫ້ແກ່ພາລະກຳມະນຸດສະທຳ
20/11/2023 08:57
(VOVWORLD) - ແຕ່ວັນທີ 20 – 23 ພະຈິກ 2023, ກອງປະຊຸມສະພາກາແດງ ແລະ ຊິກວົງເດືອນແດງສາກົນ ພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 11 (AP 11) ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ. ນີ້ເປັນຄັ້ງທີ 2 ທີ່ສະພາກາແດງ ຫວຽດນາມ ເປັນກຽດໄດ້ເປັນເຈົ້າພາບຈັດກອງປະຊຸມ. ການເປັນເຈົ້າພາບຈັດກອງປະຊຸມ ໄດ້ສະແດງໃຫ້ເຫັນບົດບາດທີ່ຕັ້ງໜ້າຂອງສະພາກາແດງ ຫວຽດນາມ ໃນການແກ້ໄຂບັນດາບັນຫາມະນຸດສະທຳທີ່ມີລັກສະນະທົ່ວໂລກ, ໂຄສະນາບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຮັບມືກັບບັນດາໄພພິບັດ, ວຽກງານມະນຸດສະທຳໃນໄລຍະຜ່ານມາ ກໍຄືສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນບັນດາການເຄື່ອນໄຫວມະນຸດສະທຳສາກົນ.

ດ້ວຍຫົວຂໍ້ “ອາຊີ - ປາຊີຟິກ: ກຽມພ້ອມຮັບມືກັບໄພພິບັດ”, ສະພາກາແດງ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວໃນສະພາບການທີ່ທີ່ຕັ້ງບົດບາດຂອງ ຫວຽດນາມ ໄດ້ຮັບການຍົກສູງຂຶ້ນ, ພ້ອມກັບຫຼາຍບັນຫາມະນຸດສະທຳທີ່ພວມວາງອອກ, ໂດຍສະເພາະແມ່ນບັນຫາການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທຳມະຊາດ. ກອງປະຊຸມກໍຢັ້ງຢືນຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ແລະ ຄວາມຮັບຜິດຊອບການເຄື່ອນໄຫວຂອງບັນດາສະພາກາແດງ - ຊິກວົງເດືອນແດງພາກພື້ນ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດ.
TAG
VOV/VOVworld/ມະນຸດສະທຳ/ສະພາກາແດງ/ຊິກວົງເດືອນແດງ/ອາຊີ - ປາຊີຟິກ
Related
More








