ຫວຽດນາມ ສ້າງຂີດໝາຍໃນການຊຸກຍູ້ຄວາມກ້າວໜ້າເພື່ອຄວາມສະເໝີພາບລະຫວ່າງຍິງຊາຍ
08/03/2023 09:14
(VOVWORLD) - ຫວຽດນາມໄດ້ປະຕິບັດເປັນຢ່າງດີ, ສ້າງໄດ້ບັນດາຂີດໝາຍສຳຄັນ ແລະ ບັນລຸ ບັນດາຄວາມກ້າວໜ້າໃນວຽກງານກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ. ນີ້ແມ່ນການຕີລາຄາຂອງ ສປຊ ແລະ ບັນດາອົງການຈັດຕັ້ງສາກົນກ່ຽວກັບຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ, ໜຶ່ງໃນບັນດາເປົ້າໝາຍພັດທະນາສະຫັດສະຫວັດຂອງ ສປຊ ໃນໄລຍະຜ່ານມາ. ຈາກລັດຖະທຳມະນູດສະບັບທຳອິດ ຫວຽດນາມ ກໍ່ໄດ້ເຕື້ອງເຖິງບັນຫາຄວາມສະເໝີພາບລະຫວ່າງຍິງຊາຍ, ມາຮອດປັດຈຸບັນ ຫວຽດນາມ ໄດ້ປັບປຸງກອບນິຕິກຳ, ນະໂຍບາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ຢ່າງບໍ່ຢຸດຢັ້ງ ແລະ ສ້າງໄດ້ຂີດໝາຍໃນຕົວຈິງກ່ຽວກັບຄວາມກ້າວໜ້າໃນການປະຕິບັດວຽກງານກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ
ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນານະໂຍບາຍຄວາມສະເໝີພາບລະຫວ່າງຍິງຊາຍ ໃນການຫັນເປັນດີຈີຕອນ ຢູ່ ຫວຽດນາມ (ພາບ: toquoc.vn )
TAG
VOV/VOVworld/ຫວຽດນາມ/ຄວາມສະເໝີພາບລະຫວ່າງຍິງຊາຍ
Related








