ຫວຽດນາມ ຢຶດໝັ້ນນະໂຍບາຍເພື່ອກາຍເປັນສະຖານທີ່ລົງທຶນແຖວໜ້າ
24/01/2024 08:54
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາຫາກໍ່ສິ້ນສຸດການເດີນທາງໄປປະຕິບັດງານເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 54 ຂອງເວທີປາໄສເສດຖະກິດໂລກຢູ່ Davos, ສະວິດ (WEF Davos 2024), ຢ້ຽມຢາມ ຮຸງກາຣີ ແລະ ໂຣມານີ ຢ່າງເປັນທາງການໃນລະຫວ່າງວັນທີ 16 – 23 ມັງກອນ. ບັນດາບົດກ່າວຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຢູ່ບັນດາເວທີປາໄສໄດ້ສົ່ງສານຢ່າງຈະແຈ້ງກ່ຽວກັບປະເທດຫວຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ແມ່ນສະຖານທີ່ລົງທຶນທີ່ດູດດື່ມສຳລັບບັນດາກຸ່ມບໍລິສັດທົ່ວໂລກ. ການເດີນທາງໄປປະຕິບັດງານ ໄດ້ແຜ່ກະຈາຍ ຢ່າງແຮງກ່ຽວກັບພາບພົດຂອງ ຫວຽດນາມ ທີ່ມີຖານະບົດບາດ, ຄວາມສາມາດບົ່ມຊ້ອນ ແລະ ອິດສິພົນຊື່ສຽງ, ສະຖານທີ່ລົງທຶນແຖວໜ້າໃຫ້ແກ່ບັນດານັກລົງທຶນຕ່າງປະເທດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການໂອ້ລົມສົນທະນາຍຸດທະສາດແຫ່ງຊາດ ຫວຽດນາມ -
TAG
VOV/VOVworld/ຫວຽດນາມ/ການພົວພັນຕ່າງປະເທດ
Related








