VOV WorldVOV World
ຫວຽດນາມ ຮັບປະກັນສິດສະເຫມີພາບລະຫວ່າງບັນດາຊົນເຜົ່າ
21/03/2024 12:03
(VOVWORLD) - ວັນທີ 21 ມິນາ ແມ່ນວັນສາກົນລົບລ້າງການຈຳແນກການປະພຶດເຊື້ອຊາດເຜົ່າພັນ. ຢູ່ ຫວຽດນາມ ບັນດາຊົນເຜົ່າບໍ່ຈຳແນກຈຳນວນສ່ວນຫລາຍ ຫລື ສ່ວນຫນ້ອຍ, ລະດັບການພັດທະນາສູງ ຫລື ຕ່ຳ ລ້ວນແຕ່ມີຄວາມສະເຫມີພາບໃນທຸກຂົງເຂດການເຄື່ອນໄຫວ ແລະ ໄດ້ຮັບການປົກປ້ອງດ້ວຍລັດຖະທຳມະນູນ ແລະ ກົດໝາຍ. ຮັບປະກັນສິດສະເຫມີພາບລະຫວ່າງບັນດາຊົນເຜົ່າໄດ້ຮັບຖືວ່າແມ່ນເປົ້າໝາຍຫລັກຂອງວິວັດທະນາການພັດທະນາຂອງ ຫວຽດນາມ.
ຫວຽດນາມ ຮັບປະກັນສິດສະເຫມີພາບລະຫວ່າງບັນດາຊົນເຜົ່າ
ສາດສະດາຈານ ປອ ຫວໍແຄງວິງ, ອະດິດ ຮອງປະທານສະພາມະຫາບັນດີດ ວິທະຍາສາດສັງຄົມ ຫວຽດນາມ. ພາບ:  noichinh.vn    ໃນວິວັດທະນາການສ້າງສາ ແລະ ພັດທະນາປະເທດຊາດ, ທັດສະນະຂອງ ຫວຽດນາມ ຍາມໃດກໍ່ເປັນເອກະພາບກ່ຽວກັບບັນຫາຊົນເຜົ່າ, ວຽກງານຊົນເຜົ່າ, ນະໂຍບາຍຊົນເຜົ່າ. ນັ້ນແມ່ນ ບັນຫາຊົນເຜົ່າ ແລະ ຄວາມສາມັກຄີລະຫວ່າງຊົນເຜົ່າ ຍາມໃດກໍ່ມີທີ່ຕັ້ງຍຸດທະສາດໃນພາລະກິດປະຕິວັດ. ໂດຍການປະຕິບັດນະໂຍບາຍຊົນເຜົ່າຢ່າງສະເຫມີພາບໃຫ້ເປັນຢ່າງດີ, ມີຄວາມສາມັກຄີ, ຊ່ວຍກັນພັດທະນາ. ຫວຽດນາມ ບໍ່ສະຫນັບສະຫນູນການຈຳແນກການປະພຶດລະຫວ່າງບັນດາຊົນເຜົ່າ. ໃນລະບົບເອກະສານນິຕິກຳຂອງ ຫວຽດນາມ, ບັນດາຂໍ້ກຳນົດກ່ຽວກັບການລົບລ້າງທຸກຮູບການຈຳແນກການປະພຶດໂດຍໄດ້ຮັບຄວາມເອົາໃຈໃສ່ທີ່ສຸດຈາກພັກ, ລັດ ແລະ ຮັບປະກັນລັກສະນະປະຕິບັດ. ພ້ອມກັບລັດຖະທຳມະນູນ, ຫວຽດນາມ ໄດ້ຫັນບັນດາຂໍ້ກຳນົດກ່ຽວກັບຄວາມສະເຫມີພາບ, ບໍ່ຈຳແນກການປະພຶດເຊື້ອຊາດເຜົ່າພັນເປັນລະອຽດໃນບັນດາເອກະສານນິຕິກຳ, ບັນດານະໂຍບາຍ, ເປົ້າໝາຍແຫ່ງຊາດ... ແລະ ຜັນຂະຫຍາຍຢ່າງຄົບຊຸດຢູ່ທຸກຂົງເຂດ, ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ບັນດາກຸ່ມຊົນເຜົ່າສ່ວນຫນ້ອຍພັດທະນາຢ່າງສະເຫມີພາບໃນມະຫາຄອບຄົວບັນດາຊົນເຜົ່າຢູ່ຫວຽດນາມ. ທ່ານ ສາດສະດາຈານ ປອ ຫວໍແຄງວິງ, ອະດີດຮອງປະທານສະພາມະຫາບັນດິດ ວິທະຍາສາດສັງຄົມ ຫວຽດນາມ ຢັ້ງຢືນວ່າ:     “ ຫລັກການ , ເນື້ອໃນກ່ຽວກັບສິດທິມະນຸດໄດ້ຮັບການຢັ້ງຢືນນັບມື້ນັບຄົບຖ້ວນ , ມີລັກສະນະ ເປັນລະບົບ ຢ່າງຈະແຈ້ງກວ່າໃນບັນດາເອກະສານການເມືອງຂອງພັກ . ພິເສດ ໃນກົດໝາຍຂອງຫວຽດນາມ , ແນວຄິດ , ຄຸນຄ່າກ່ຽວກັບລັດແຫ່ງອຳນາດກົດໝາຍ ແລະ ສິດທິມະນຸດໄດ້ຮັບການຮັບຮູ້ . ປະຈຸບັນ ລະບົບກົດໝາຍຂອງຫວຽດນາມ ພວມຫັນບັນດາຄຸນຄ່ານັ້ນ ໃຫ້ ເປັນລະອຽດ ແລະ ປະກົດຜົນເປັນຈິງ . ໃນຕົວຈິງ , ບັນດາອົງການລັດ , ອົງການໃນລະບົບການເມືອງ , ອົງການຈັດຕັ້ງສັງຄົມ ແລະ ປະຊາຊົນທຸກຄົນພວມຈັດຕັ້ງປະຕິບັດເພື່ອ ໄດ້ ຊົມໃຊ້ໝາກຜົນດັ່ງກ່າວ ” .           ໃນແງ່ມູມສາກົນ, ຫວຽດນາມ ໄດ້ກາຍເປັນສະມາຊິກຂອງສົນທິສັນຍາສະກັດກັ້ນ ແລະ ລົບລ້າງທຸກຮູບການຈຳແນກການປະພຶດເຊື້ອຊາດເຜົ່າພັນໃນປີ 1981. ກໍ່ໃນປີດຽວກັນນັ້ນ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມສົນທິສັນຍາສາກົນກ່ຽວກັບການສະກັດກັ້ນ ແລະ ປັບໄຫມລົງໂທດການກະທຳດັບສູນເຊື້ອຊາດເຜົ່າພັນ ແລະ ສົນທິສັນຍາສາກົນກ່ຽວກັບການສະກັດກັ້ນ ແລະ ປັບໄຫມລົງໂທດການກະທຳຈຳແນກການປະພຶດເຊື້ອຊາດເຜົ່າພັນ.
TAG
VOV/VOVworld/ສິດສະເຫມີພາບ/ຈຳແນກການປະພຶດເຊື້ອຊາດເຜົ່າພັນ