VOV WorldVOV World
ຫວຽດນາມ - ກຳປູເຈຍ ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ
07/10/2019 08:48
(VOVWORLD) - ຫວຽດນາມ ແລະ ກຳປູເຈຍ ມີເສັ້ນຊາຍແດນຮ່ວມຍາວປະມານກ່ວາ 1.200 ກິໂລແມັດ, ໂດຍຜ່ານ 10 ແຂວງຂອງ ຫວຽດນາມ ແລະ 9 ແຂວງຂອງ ກຳປູເຈຍ. ໃນເກືອບເຄິ່ງສະຕະວັດຜ່ານມາ, ຫວຽດນາມ ແລະ ກຳປູເຈຍ ໄດ້ດຳເນີນການພົບປະເຈລະຈາເປັນຫລາຍຄັ້ງ, ລົງນາມໃນເອກະສານນິຕິທຳຫລາຍສະບັບ
ຫວຽດນາມ - ກຳປູເຈຍ ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ
ຫວຽດນາມ ແລະ ກຳປູເຈຍ ຫາກໍ່ລົງນາມໃນເອກະສານ 2 ສະບັບຢ່າງເປັນທາງການ ເພື່ອແກ້ໄຂບັນຫາປັກຫຼັກໝາຍຊາຍແດນ. ນີ້ໄດ້ຮັບຖືວ່າ ແມ່ນຫຼັກໝາຍປະຫວັດສາດ, ສ້າງບາດກ້າວພື້ນຖານສຳຄັນ ເພື່ອໃຫ້ 2 ປະເທດກ້າວໄປເຖິງຄວາມເຫັນດີເປັນເອກະພາບ 100% ກ່ຽວກັບການປັກຫຼັກໝາຍຊາຍແດນ, ການກຳນົດຊາຍແດນ, ຈາກນັ້ນ ສ້າງເງື່ອນໄຂປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງລະຫວ່າງ 2 ປະເທດ. ພິທີລົງນາມໃນເອກະສານ 2 ສະບັບຢ່າງເປັນທາງການ  (ພາບ: VGP)         ຫວຽດນາມ ແລະ ກຳປູເຈຍ ມີເສັ້ນຊາຍແດນຮ່ວມຍາວປະມານກ່ວາ 1.200 ກິໂລແມັດ, ໂດຍຜ່ານ 10 ແຂວງຂອງ ຫວຽດນາມ ແລະ 9 ແຂວງຂອງ ກຳປູເຈຍ. ໃນເກືອບເຄິ່ງສະຕະວັດຜ່ານມາ, ຫວຽດນາມ ແລະ ກຳປູເຈຍ ໄດ້ດຳເນີນການພົບປະເຈລະຈາເປັນຫລາຍຄັ້ງ, ລົງນາມໃນເອກະສານນິຕິທຳຫລາຍສະບັບ ເພື່ອຮັບຮູ້ຜົນງານການແກ້ໄຂຊາຍແດນລະຫວ່າງ 2 ປະເທດ.
TAG
VOV/VOVworld/ກຳປູເຈຍ/ເສັ້ນຊາຍແດນ/ສັນຕິພາບ/ມິດຕະພາບ/ຮ່ວມມື/ພັດທະນາ