VOV WorldVOV World
ຫວຽດນາມ ກັບ WEF ASEAN 2018: ກຽມພ້ອມໃຫ້ແກ່ໄລຍະແຫ່ງການເຊື່ອມໂຍງໃໝ່
11/09/2018 10:47
(VOVWORLD) - ເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ (WEF - ASEAN) ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 11 ກັນຍາ ຢູ່ຮ່າໂນ້ຍ. ນີ້ແມ່ນເຫດການການຕ່າງປະເທດສຳຄັນທີ່ສຸດໃນປີ 2018 ຂອງ ຫວຽດນາມ.
ຫວຽດນາມ ກັບ WEF ASEAN 2018: ກຽມພ້ອມໃຫ້ແກ່ໄລຍະແຫ່ງການເຊື່ອມໂຍງໃໝ່
ໂດຍເປັນເຈົ້າພາບຈັດຕັ້ງ WEF – ASEAN 2018, ຫວຽດນາມ ໄດ້ຢັ້ງຢືນບົດບາດເປັນຄູ່ຮ່ວມມືທີ່ໄວ້ເນຶ້ື້ອເຊື່ອໃຈຂອງ WEF, ໄດ້ຍົກອອກແນວຄວາມຄິດ ແລະ ການກຳນົດທິດຫລາຍຢ່າງກ່ຽວກັບການຮ່ວມສຳພັນເສດຖະກິດພາກພືຶ້ນ ແລະ ທົ່ວໂລກໃນໄລຍະຈະມາເຖິງ, ພ້ອມທັງສົ່ງສານເຖິງປະຊາຄົມວິສາຫະກິດສາກົນກ່ຽວກັບຄວາມຕັດສິນໃຈ, ແຜນນະໂຍບາຍ, ນະໂຍບາຍໃນການເຊື່ອມໂຍງຂອງ ຫວຽດນາມ.  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກວດກາວຽກງານຈັດຕັ້ງ  WEF ASEAN 2018 ຢູ່ ຮ່າໂນ້ຍ ກອງປະຊຸມປີນີ້ ໄດ້ດຳເນີນໃນສະພາວະວິວັດທະນາການກໍ່ສ້າງປະຊາຄົມ ອາຊຽນ ສືບຕໍ່ໄດ້ຮັບການຍູ້ແຮງ, ສະພາບການໂລກ ແລະ ພາກພື້ນມີການຫັນປ່ຽນຢ່າງວ່ອງໄວ ແລະ ສັບສົນ, ການກະທົບຂອງການປະຕິວັດອຸດສາຫະກຳ 4.0 ນັບມື້ນັບເລິກເຊິ່ງ. ເຂົ້າຮ່ວມ WEF – ASEAN ມີປະມຸກລັດໃນໂລກ 10 ທ່ານ ແລະ ຜູ້ແທນທີ່ເປັນການນຳບັນດາກຸ່ມບໍລິສັດ, ວິສາຫະກິດແຖວໜ້າໂລກກ່ວາ 1400 ທ່ານ.
TAG
VOV/VOVworld/WEF ASEAN 2018/ການເຊື່ອມໂຍງໃໝ່