ຫວຽດນາມ ມານະພະຍາຍາມປະຕິບັດບັນດາມາດຕະຖານແຮງງານສາກົນ
25/09/2019 10:19
(VOVWORLD) - ຫວຽດນາມ ມີພັນທະຕ້ອງລາຍງານສະພາບການປະຕິບັດສົນທິສັນຍາຂອງ ILO 9 ສະບັບ, ໃນນັ້ນມີສົນທິສັນຍາພື້ນຖານ 3 ສະບັບ ນັ້ນແມ່ນ ສົນທິສັນຍາສະບັບເລກທີ 138, 182 ວ່າດ້ວຍແຮງງານເດັກນ້ອຍ ແລະ ສົນທິສັນຍາສະບັບເລກທີ 29 ວ່າດ້ວຍແຮງງານບີບບັງຄັບ.

ການໃຫ້ສັດຕະຍາບັນ ແລະ ປະຕິບັດບັນດາມາດຕະຖານແຮງງານສາກົນ ພວມນັບມື້ນັບສຳຄັນໃນການຍົກສູງກຳລັງຄວາມສາມາດແກ່ງແຍ້ງແຫ່ງຊາດ. ໃນໄລຍະມໍ່ໆມານີ້, ຫວຽດນາມ ຕັ້ງໜ້າໃຫ້ສັດຕະບັນສົນທິສັນຍາຕື່ມອີກຫລາຍສະບັບຂອງອົງການແຮງງານສາກົນຢ່າງຕັ້ງໜ້າ, ປະກອບສ່ວນສ້າງພື້ນຖານໃຫ້ແກ່ການເຄື່ອນໄຫວຂອງຕະຫລາດແຮງງານ ຫວຽດນາມ ໃຫ້ເໝາະສົມກັບກົດເກນພາວະວິໄສຂອງເສດຖະກິດການຕະຫລາດ, ກ້າວໄປເຖິງການສ້າງການພົວພັນແຮງງານທັນສະໄໝ. ພາບປະກອບ ຫວຽດນາມ ກັບຄືນເຂົ້າຮ່ວມດ້ວຍຖານະເປັນສະມາຊິກຂອງອົງການແຮງງານສາກົນ (ILO) ແຕ່ປີ 1992. ນັບແຕ່ນັ້ນມາຮອດປັດຈຸບັນ, ຫວຽດນາມ ໄດ້ຕັ້ງໜ້າປະຕິບັດບັນດາມາດຕະຖານແຮງງານສາກົນ, ສ້າງລະບອບລະບຽບການບໍລິຫານຕະຫລາດແຮງງານໃຫ້ສົມບູນແບບ…ສະເພາະໃນປີ 2019, ຫວຽດນາມ ໄດ້ໃຫ້ສັດຕະຍາບັນສົນທິສັນຍາ 3 ສະບັບຂອງ ILO, ລວມມີ: ສົນທິສັນຍາສະບັບເລກທີ 88 ວ່າດ້ວຍອົງການບໍລິຫານວຽກເຮັດງານທຳ; ສົນທິສັນຍາສະບັບເລກທີ 159 ວ່າດ້ວຍການປັບຕົວຄືນໃໝ່ໃຫ້ແທດເໝາະກັບວຽກເຮັດງານທຳໃຫ້ແກ່ຄົນພິການ; ພິເສດແມ່ນສົນທິສັນຍາສະບັບເລກທີ 98 ວ່າດ້ວຍສິດຈັດຕັ້ງ ແລະ ເຈລະຈາລວມໝູ່ (ແມ່ນໜຶ່ງໃນ 8 ສົນທິສັນຍາພື້ນຖານຂອງ ILO).
TAG
VOV/VOVworld/ຫວຽດນາມ/ມາດຕະຖານ/ແຮງງານສາກົນ/ILO
Related








