VOV WorldVOV World
ຫວຽດນາມເລື່ອນຂັ້ນຂຶ້ນແບບກ້າວກະໂດດກ່ຽວກັບດັດຊະນີການພັດທະນາມະນຸດ
04/04/2024 09:53
(VOVWORLD) -ບົດລາຍງານການພັດທະນາມະນຸດທົ່ວໂລກ ໂດຍໂຄງການພັດທະນາ ສະຫະປະຊາຊາດ (UNDP) ປະກາດຫວ່າງແລ້ວນີ້ (13 ມິນາ ຕາມເວລາ ນິວຢອກ ສະຫະລັດ ອາເມລິກາ) ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນປະເທດມີການພັດທະນາມະນຸດຢູ່ໃນລະດັບສູງ. ດັດຊະນີການພັດທະນາມະນຸດຂອງ ຫວຽດນາມ ສືບຕໍ່ໄດ້ຮັບການປັບປຸງໃນໄລຍະ 30 ປີຜ່ານມາ. ນີ້ເປັນການພິສູດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບປະສິດທິຜົນຂອງບັນດານະໂຍບາຍເພື່ອມະນຸດຂອງ ພັກ ແລະ ລັດ ຫວຽດນາມ ໃນຫລາຍທົດສະຫວັດຜ່ານມາ.
ຫວຽດນາມເລື່ອນຂັ້ນຂຶ້ນແບບກ້າວກະໂດດກ່ຽວກັບດັດຊະນີການພັດທະນາມະນຸດ
ພາບປະກອບ:TTXVN ດັດຊະນີການພັດທະນາມະນຸດ (HDI) ແມ່ນຫນຶ່ງໃນບັນດາຄາດໝາຍສັງລວມ, ວັດແທກຄຸນນະພາບການພັດທະນາເສດຖະກິດ - ສັງຄົມຂອງປະເທດຫນຶ່ງ, ເຂດດິນແດນ ຫລືທ້ອງຖິ່ນຫນຶ່ງ ໂດຍໂຄງການພັດທະນາຂອງ ສປຊ (UNDP) ລິເລີ່ມແຕ່ປີ 1990 ແລະ ໄດ້ປະກາດເປັນປະຈຳ.
TAG
VOV/VOVworld/ການ​ເຕີບ​ໂຕ​ນະ​ວັດ​ຕະ​ກຳ/ດັດ​ຊະ​ນີ​ພັດ​ທະ​ນາ​ມະ​ນຸດ​