VOV WorldVOV World
ຫວຽດນາມຮັກສາເປົ້າໝາຍພັດທະນາເສດຖະກິດ-ສັງຄົມ
21/05/2019 08:59
(VOVWORLD) -ບົດລາຍງານຕີລາຄາເພີ່ມເຕີມໝາກຜົນເສດຖະກິດສັງຄົມປີ 2018, ສະພາບຊຸມເດືອນຕົ້ນປີ 2019 ແລະ ໜ້າທີ່, ມາດຕະການຈຸດສຸມໃນໄລຍະຈະມາເຖິງ, ທີ່ວາລະໄຂກອງປະຊຸມສະໄໝສະມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV ເມື່ອຕອນເຊົ້າວັນທີ 20 ພຶດສະພາ ໃຫ້ເຫັນວ່າ: ປີ 2018, ຫວຽດນາມ ມີລະດັບການເຕີບໂຕດ້ານເສດຖະກິດຢືນອັນດັບໜຶ່ງໃນພາກພື້ນ ແລະ ໃນໂລກ. ປີ 2019 ແມ່ນປີບຸກທະລຸເພື່ອປະຕິບັດສຳເລັດແຜນການ 5 ປີ (2016-2020). ສະນັ້ນ, ລັດຖະບານຫວຽດນາມ ໄດ້ກຳນົດທິດນຳ “ລະບຽບການ, ສັດຊື່, ການກະທຳ, ປະດິດສ້າງ, ບຸກທະລຸ, ມີປະສິດທິຜົນ” ເພື່ອສຳເລັດບັນດາຈຸດໝາຍພັດທະນາເສດຖະກິດສັງຄົມທີ່ໄດ້ວາງອອກ.
ຫວຽດນາມຮັກສາເປົ້າໝາຍພັດທະນາເສດຖະກິດ-ສັງຄົມ
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິນ ສະເໜີບົດລາຍງານຂອງລັດຖະບານ (ພາບ: vneconomy.vn )    ໃນບົດລາຍງານຕີລາຄາເພີ່ມເຕີມໝາກຜົນເສດຖະກິດສັງຄົມປີ 2018, ສະພາບຊຸມເດືອນຕົ້ນປີ 2019, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິນ ໃຫ້ຮູ້ວ່າ: ໃນປີ 2018 ຫວຽດນາມ ໄດ້ບັນລຸລື່ນກາຍທັງໝົດ 12 ຄາດໝາຍຕົ້ນຕໍ, ໃນນັ້ນບັນລຸໄດ້ 3 ຄາດໝາຍບັນລຸຕາມລະດັບ, 9 ຄາດໝາຍບັນລຸລື່ນກາຍຕາມລະດັບ ແລະ ຫຼາຍຄາດໝາຍບັນລຸສູງກວ່າລະດັບໄດ້ລາຍງານຕໍ່ສະພາແຫ່ງຊາດ.
TAG
VOV/VOVworld/ທ່ານຮອງນາຍົກລັດຖະມົນຕີ. ເຈືອງຮ່ວາບິນ. ພື້ນຖານເສດຖະກິດມະຫາພາກ.ຈະເລີນເຕີບໂຕ

More