ການເລືອກຕັ້ງປະທານາທິບໍດີ ອາບການິດສະຖານ: ເປັນໄປບໍ່ຄືດັ່ງຄວາມຫວັງ
02/10/2019 09:17
(VOVWORLD) -ການເລືອກຕັ້ງປະທານາທິບໍດີ ອາບການິດສະຖານ ຮອບທີ 1 ຫາກໍ່ສິ້ນສຸດລົງໃນທ້າຍອາທິດຜ່ານມາດ້ວຍໝາກຜົນບໍ່ຄືດັ່ງຄວາມຫວັງ. ຜູ້ມີສິດເລືອກຕັ້ງໄປເຂົ້າຮ່ວມການປ່ອນບັດເລືອກຕັ້ງມີພຽງແຕ່ 2,2 ລ້ານ, ກວມເອົາອັດຕາຍັງບໍ່ເຖິງ 20%, ຕ່ຳກວ່າຫຼາຍເມື່ອທຽບໃສ່ການຄາດຄະເນເບື້ອງຕົ້ນຂອງວົງການເຈົ້າໜ້າທີ່ແມ່ນ 60%. ໝາກຜົນນີ້ສ່ອງແສງໃຫ້ເຫັນສະພາບການຕົວຈິງແມ່ນ ຜູ້ມີສິດເລືອກຕັ້ງ ອາບການິດສະຖານ ບໍ່ສົນໃຈເຖິງການເລືອກຕັ້ງຍ້ອນວ່າສຳລັບເຂົາເຈົ້າແລ້ວຖ້າຜູ້ໃດຊຶ້ນກຳອຳນາດກໍ່ຍາກທີ່ຈະແກ້ໄຂໄດ້ບັນດາສະພາບຈົນຕາແຈດ້ານການເມືອງ, ເສດຖະກິດ ຢູ່ປະເທດອິດສະລາມນີ້.

ຜູ້ມີສິດເລືອກຕັ້ງໄປປ່ອນບັດຢູ່ Jalalabad (ພາບ: TTXVN) ການເລືອກຕັ້ງປະທານາທິບໍດີ ອາບການິດສະຖານໄດ້ດຳເນີນໃນວັນທີ 28 ກັນຍາ. ເມື່ອປະເທດນີ້ພວມຕົກເຂົ້າສູ່ສະພາບການໃຊ້ຄວາມຮຸນແຮງ ແລະ ອາເມລິກາຍັງບໍ່ທັນລົງນາມສົນທິສັນຍາສັນຕິພາບກັບ ພວກກະບົດອິດສະລາມ ຕາລີບານ, ບໍ່ມີຊາວ ອາບການິດສະຖານຈັກຄົນທີ່ສົນໃຈຢ່າງແທ້ຈິງວ່າ ຜູ້ໃດຈະເປັນຜູ້ຊະນະໃນການເລືອກຕັ້ງຄັ້ງນີ້.
TAG
VOV/VOVworld/ການເລືອກຕັ້ງປະທານາທິບໍດີ/ອາບການິດສະຖານ
Related








