ການເລືອກຕັ້ງລັດຖະສະພາເອີຣົບ: ບັນດາສິ່ງທ້າທາຍທີ່ພວມມີຢູ່ໃນປັດຈຸບັນ
22/05/2019 08:41
(VOVWORLD) - ການເລືອກຕັ້ງລັດຖະສະພາເອີຮົບ 2019 ຈະດຳເນີນໃນລະຫວ່າງວັນທີ 23 – 26 ພຶດສະພາ ຢູ່ບັນດາປະເທດສະມາຊິກ. ພົນລະເມືອງຈະເລືອກເອົາຜູ້ແທນ 751 ທ່ານ. ພາຍຫລັງການເລືອກຕັ້ງ, ລັດຖະສະພາເອີຣົບໃໝ່ ຈະເລືອກຕັ້ງປະທານຄະນະກຳມະການເອີຣົບ ແລະ ປ່ອນບັດກ່ຽວກັບບັນຫາງົບປະມານໃຫ້ແກ່ການເຄືອນໄຫວຂອງ ອີຢູ ໃນໄລຍະ 5 ປີຈະມາເຖິງ.

ວັນທີ 23 ພຶດສະພາ, ສະຫະພາບ ເອີຣົບ ຈະກ້າວເຂົ້າສູ່ການດຳເນີນການເລືອກຕັ້ງສຳຄັນ, ມີຄວາມໝາຍຕັດສິນຊີ້ຂາດເຖິງການພັດທະນາຂອງກຸ່ມໃນໄລຍະ 5 ປີຈະມາເຖິງ, ນັ້ນແມ່ນການເລືອກຕັ້ງລັດຖະສະພາ ເອີຣົບ. ຜູ້ມີສິດເລືອກຕັ້ງ ອີຢູ ພວມຢືນຢູ່ຕໍ່ໜ້າການເລືອກເຟັ້ນສຳຄັນຍິ່ງ ເພື່ອແກ້ໄຂບັນດາສິ່ງທ້າທາຍຈາກບັນຫາຊາວອົບພະຍົບຕະຫລອດຮອດບັນຫາການຄ້າ ແນໃສ່ປົກປັກຮັກສາຄວາມວັດທະນາຖາວອນຂອງກຸ່ມນີ້. (ພາບປະກອບ) ລັດຖະສະພາເອີຣົບ (EP) ແມ່ນໜຶ່ງໃນບັນດາລະບອບການເມືອງສຳຄັນຂອງ ອີຢູ, ໂດຍພົນລະເມືອງ ອີຢູ ເປັນຢູ່ເລືອກຕັ້ງໂດຍກົງໄລຍະ 5 ປີເທື່ອໜຶ່ງ. ຍ້ອນການເລືອກຕັ້ງໄດ້ປະຕິບັດຕາມລະບົບການປ່ອນບັດແບບທົ່ວໄປ, ລັດຖະສະພາເອີຣົບ ໄດ້ຮັບການເລືອກຕັ້ງໂດຍກົງຈາກພົນລະເມືອງ. ການເລືອກຕັ້ງລັດຖະສະພາເອີຮົບ 2019 ຈະດຳເນີນໃນລະຫວ່າງວັນທີ 23 – 26 ພຶດສະພາ ຢູ່ບັນດາປະເທດສະມາຊິກ. ພົນລະເມືອງຈະເລືອກເອົາຜູ້ແທນ 751 ທ່ານ. ພາຍຫລັງການເລືອກຕັ້ງ, ລັດຖະສະພາເອີຣົບໃໝ່ ຈະເລືອກຕັ້ງປະທານຄະນະກຳມະການເອີຣົບ ແລະ ປ່ອນບັດກ່ຽວກັບບັນຫາງົບປະມານໃຫ້ແກ່ການເຄືອນໄຫວຂອງ ອີຢູ ໃນໄລຍະ 5 ປີຈະມາເຖິງ. ການເລືອກຕັ້ງດຳເນີນໄປໃນສະພາບການທີ່ຈຳນວນຜູ້ໄປປ່ອນບັດເລືອກຕັ້ງໄດ້ຫລຸດລົງເທື່ອລະໜ້ອຍ ນັບແຕ່ການເລືອກຕັ້ງຄັ້ງທຳອິດເມື່ອປີ 1979.
TAG
VOV/VOVworld/ການເລືອກຕັ້ງ/ລັດຖະສະພາ/ເອີຣົບ/ສິ່ງທ້າທາຍ
Related
More








