ການພົວພັນ ອາເມລິກາ - ຕວກກີ ຍັງເຄັ່ງຕຶງຢູ່
16/08/2018 09:10
(VOVWORLD) -ການພົວພັນລະຫວ່າງ 2 ປະເທດສໍາພັນທະມິດ NATO ນັ້ນແມ່່ນອາເມລິກາ ແລະ ຕວກກີ ຍັງຢູ່ໃນສະພາບຂັດແຍ້ງ ແລະ ບໍ່ລົງລອຍກັນ ພາຍຫຼັງສອງຝ່າຍບໍ່ຊອກຫາໄດ້ທັດສະນະລວມໃນການປ່ອຍຕົວຄຸນພໍ່ຊາວອາເມລິກາ Andrew Brunson. ແທນທີ່ຈະຊຸກຍູ້ການເຈລະຈາ, ປັດຈຸບັນ, ຕວກກີຫັນໄປຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືກໍ້າເກີ່ງຂອງ ອາເມລິກາ, ໃນຂະນະ ວໍຊິງຕັນ ພັດໃຊ້ຄັນຕະລະບັດເລັ່ງໃສ່ພື້ນຖານເສດຖະກິດພວມຕົກໃນສະພາບວິກິດການຂອງສໍາພັນທະມິດ.

ໃນເວລາສອງອາທິດ ນັບແຕ່ເມື່ອເກີດເຫດການທີ່ກ່ຽວຂ້ອງເຖິງຄຸນພໍ່ຊາວ ອາເມລິກາ, ມາຮອດປັດຈຸບັນ ການພົວພັນລະຫວ່າງອາເມລິກາ - ຕວກກີ ແມ່ນຍັງບໍ່ທັນມີສັນຍານຕັ້ງໜ້າ. ເຖິງວ່າບັນດາການພົບປະໄດ້ຈັດຂຶ້ນກໍຕາມ ແຕ່ເບິ່ງຄືວ່າຍັງບໍ່ທັນພຽງພໍ ທັງດ້ານປະລິມານ ແລະ ລະດັບ.
TAG
VOV/VOVworld/ຕວກກີ/ອາເມລິກາ/ກໍ້າເກີ່ງ/ສໍາພັນທະມິດ/NATO
Related
More








