ການຮ່ວມມືຫລາຍຝ່າຍ ມີທີ່ຕັ້ງພິເສດໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ
30/09/2019 08:46
(VOVWORLD) - ວັນທີ 29 ກັນຍາ, ທີ່ວາລະປຶກສາຫາລືຮ່ວມຂອງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 74, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ມີບົດກ່າວຄຳເຫັນສຳຄັນດ້ວຍຫົວຂໍ້ວ່າ “ເພີ່ມທະວີພະລັງຊີວິດຂອງລັດທິຫລາຍຝ່າຍເພື່ອສັນຕິພາບ ແລະ ພັດທະນາແບບຍືນຍົງ”.

ພ້ອມກັບເລື່ອງຢັ້ງຢືນການຮ່ວມມືຫລາຍຝ່າຍທີ່ມີທີ່ຕັ້ງພິເສດໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ກໍ່ຮຽກຮ້ອງປະຊາຄົມໂລກ ເພີ່ມທະວີພະລັງຊີວິດຂອງລັດທິຫລາຍຝ່າຍ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄກ່າວຄຳເຫັນ ທີ່ວາລະປຶກສາຫາລືຮ່ວມຂອງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 74 ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ຢັ້ງຢືນວ່າ ໃນ ¾ ສະຕະວັດຜ່ານມາ, ລັດທິຫລາຍຝ່າຍ ດ້ວຍໃຈກາງແມ່ນສະຫະປະຊາຊາດ, ໄດ້ຢັ້ງຢືນບົດບາດທີ່ຈຳເປັນ ແລະ ບໍ່ອາດຂາດໄດ້ຂອງຕົນຢ່າງແທດຈິງ. ບັນດາລະບອບລະບຽບການຫລາຍຝ່າຍ ໄດ້ສ້າງໃຫ້ມີກົນໄກປຶກສາຫາລື, ການວາງກຳນົດນະໂຍບາຍລວມໃຫ້ບັນດາປະເທດໃນບັນດາບັນຫາຄຸ້ມຄອງທົ່ວໂລກ. ບັນດາເວທີປາໄສຫລາຍຝ່າຍ, ພິເສດແມ່ນສະຫະປະຊາຊາດ, ຍັງແມ່ນບ່ອນກໍ່ຮ່າງສ້າງຕົວແນວຄວາມຄິດ, ສ້າງມາດຕະການ ແລະ ຍຸດທະສາດ ແນໃສ່ປະສານຄວາມມານະພະຍາຍາມຂອງບັນດາປະເທດ ດ້ວຍບັນດາບັນຫາຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່, ແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ.
TAG
VOV/VOVworld/ວາລະປຶກສາຫາລືຮ່ວມ/ສະມັດຊາໃຫຍ່/ສະຫະປະຊາຊາດ/ຟ້າມບີ່ງມິງ
Related








