VOV WorldVOV World
ຂີດໝາຍໃໝ່ໃນການພົວພັນລະຫວ່າງຫວຽດນາມ ກັບ ເອທີໂອປີ ແລະ ອີຢິບ
23/08/2018 09:50
(VOVWORLD) -ການຢ້ຽມຢາມ ເອທີໂອປີ ແລະ ອີຢິບ ຄັ້ງນີ້ ຂອງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ເພື່ອແນໃສ່່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອກັບບັນດາປະເທດອາຟິຼກາ ເວົ້າລວມ, ກັບ ເອທີໂອປີ ແລະ ອີຢິບເວົ້າສະເພາະ. ຜ່ານນັ້ນ, ຊຸກຍູ້ການພົວພັນລະຫວ່າງຫວຽດນາມ ກັບສອງປະເທດດັ່ງກ່າວ ໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ.
ຂີດໝາຍໃໝ່ໃນການພົວພັນລະຫວ່າງຫວຽດນາມ ກັບ ເອທີໂອປີ ແລະ ອີຢິບ
ໃນລະຫວ່າງວັນທີ 23 - 29 ສິງຫາ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຈະດໍາເນີນການຢ້ຽມຢາມທາງລັດຖະກິດຢູ່ສາທາລະນະລັດ ປະຊາຊທິປະໄຕ ສະຫະພັນ ເອທີໂອປີ ແລະ ສາທາລະນະລັດ ອີຢິບ. ການຢ້ຽມຢາມ ເອທີໂອປີ ແລະ ອີຢິບ ຄັ້ງນີ້ ຂອງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ   ເພື່ອແນໃສ່່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອກັບບັນດາປະເທດອາຟິຼກາ ເວົ້າລວມ, ກັບ ເອທີໂອປີ ແລະ ອີຢິບເວົ້າສະເພາະ. ຜ່ານນັ້ນ, ຊຸກຍູ້ການພົວພັນລະຫວ່າງຫວຽດນາມ ກັບສອງປະເທດດັ່ງກ່າວ ໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ.         ສໍາລັບ ເອທີໂອປີ, ນີ້ແມ່ນຄັ້ງທໍາອິດ ທ່ານປະມຸກລັດຫວຽດນາມໄປຢ້ຽມຢາມປະເທດໃຫຍ່ ແລະ ມີພົນລະເມືອງ ຫຼາຍທີ່ສຸດໃນພາກພື້ນ ອາຟິຼກາຕາເວັນອອກ ແລະ ພາກພື້ນ ອາຟິຼກາຕາເວັນອອກສ່ຽງເໜືອ. ສ່ວນສໍາລັບ ອີຢິບ ແລ້ວ, ນີ້ກໍແມ່ນການຢ້ຽມຢາມຄັ້ງທໍາອິດຂອງຜູ້ນໍາໜ້າປະເທດຫວຽດນາມ,  ເຊິ່ງໄດ້ດໍາເນີນເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1963 – 2018). ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ແມ່ນຂີດໝາຍປະຫວັດສາດ, ເປີດແງ່ຫວັງໃໝ່ໃນການຮ່ວມມືລົງທຶນ ແລະການຄ້າລະຫວ່າງຫວຽດນາມ ແລະ ເອທີໂອປີ, ອີຢິບໃນໄລຍະຈະມາເຖິງ.
TAG
VOV/VOVworld/ເອທີໂອປີ/ອີຢິບ/ຫວຽດນາມ/ເຈີ່ນດ້າຍກວາງ/ອາຟີຼກາ

More