VOV WorldVOV World
ຄວາມຈິງແມ່ນສິ່ງບໍ່ອາດປະຕິເສດໄດ້
25/06/2020 09:32
(VOVWORLD) - ວົງການຜູ້ຊ່ຽວຊານ ແລະ ສື່ມວນຊົນສາກົນ ພວມສືບຕໍ່ ສຸມໃສ່ “ຖອດລະຫັດ” ເລື່ອງຫວຽດນາມ ປ້ອງກັນ ແລະ ສະກັດກັ້ນ ໂລກລະບາດໂຄວິດ 19 ສຳເລັດຜົນ ເມື່ອ 70 ມື້ຜ່ານມາບໍ່ກວດພົບກໍລະນີໃດຕິດເຊື້ອຢູ່ພາຍໃນປະເທດ ແລະ ບັນດາຜູ້ຕິດເຊື້ອ ໄວຣັດ SARS – Cov2 ຢູ່ ຫວຽດນາມ ໄດ້ຮັບການປິ່ນປົວຫາຍດີ ແລະ ບໍ່ມີກໍລະນີໃດເສຍຊີວິດ. ູຄວາມຈິງກ່ຽວກັບບັນດາຜົນສຳເລັດຂອງຫວຽດນາມ ໃນການປ້ອງກັນ ແລະສະກັດກັ້ນໂລກລະບາດ Covid – 19 ແມ່ນສິ່ງທີ່ບໍ່ອາດປະຕິເສດໄດ້.
ຄວາມຈິງແມ່ນສິ່ງບໍ່ອາດປະຕິເສດໄດ້
 ຫວຽດນາມ ປະສົບຜົນສຳເລັດໃນການປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19 ພາບ:vietnam+ ບັນດາປະໂຫຍກຄື “ຫວຽດນາມ- ມະຫັດສະຈັນ”, “ຫວຽດນາມເປັນແບບຢ່າງ” ໂດຍສື່ມວນຊົນສາກົນເຄີຍເຕື້ອງເຖິງໃນໄລຍະຜ່ານມາເມື່ອພັນລະນາເຖິງຜົນສຳເລັດຂອງຫວຽດນາມໃນການຕໍ່ສູ້ຕ້ານພະຍາດ ໂຄວິດ 19. ແຕ່ຢູ່ບ່ອນໃດຫນຶ່ງ ພັດ ມີທັດສະນາບໍ່ຖືກຕ້ອງ, ໄປຝືນກັບຄວາມຮັບຮູ້ລວມຂອງປະຊາຄົມສາກົນຕໍ່ບັນດາຄວາມມານະພະຍາຍາມ ແລະໝາກຜົນຂອງຫວຽດນາມ ທີ່ບໍ່ອາດປະຕິເສດໄດ້. ຍົກຕົວຢ່າງຄື: ໃນສື່ສັງຄົມອອນລາຍ Twitter ສ່ວນຕົວ, ທ່ານ Steven Hanke ສາດສະດາຈານຂະແຫນງເສດຖະສາດສັງກັດມະຫາວິທະຍາໄລ John Hopkins ອາເມລິກາ ໄດ້ນຳຫວຽດນາມເຂົ້າບັນຊີລາຍຊື່ “ບັນດາປະເທດປົກປິດໂລກລະບາດ” ໃນຂະນະທີ່ຕົວເລກສະຖິຕິໄດ້ອັບເດດໃນຫນ້າເວັບ worldometers.info ຫລາຍມື້ຕິດຕໍ່ກັນ ຫວຽດນາມບໍ່ກວດພົບກໍລະນີໃດຕິດເຊື້ອພາຍໃນປະເທດ. ສ່ວນ ທ່ານ Bill Hayton ອະດີດນັກຂ່າວ BBC ພັດຕຳຫນິຕິຕຽນວ່າ ຫວຽດນາມ ປະຕິບັດບັນດາມາດຕະການ “ຮັດກຸ່ມສິດທິມະນຸດ” ເພື່ອຄວບຄຸມໂລກລະບາດ”
TAG
VOV/VOVworld/ໂລກລະບາດ/ສື່ເອເລັກໂຕນິກ

More