VOV WorldVOV World
ຄວາມເຄັ່ງຕຶງສົງຄາມການຄ້າລະຫວ່າງ ອາເມລິກາ - ຈີນ
09/08/2018 09:01
(VOVWORLD) -ສົງຄົມການຄ້າລະຫວ່າງອາເມລິກາ - ຈີນ ສືບຕໍ່ມີການຜັນແປໃໝ່, ເມື່ອວັນທີ 8 ສິງຫາ, ກະຊວງການຄ້າຈີນ ໄດ້ປະກາດວ່າ ຈະຈັດວາງອັດຕາພາສີເພີ່ມ 25 % ສໍາລັບບັນດາສິນຄ້າ ນໍາເຂົ້າຈາກອາເມລິກາ ທີ່ມີຍອດມູນຄ່າ 16 ຕື້ USD ນັບແຕ່ວັນທີ 23 ສິງຫາ ເປັນຕົ້ນໄປ. ການຕັດສິນດັ່ງກ່າວ ໄດ້ຍົກອອກມາ ພຽງໜຶ່ງວັນ ພາຍຫຼັງລັດຖະບານ ອາເມລິກາ ອອກຄໍາຖະແຫຼງເຊັ່ນດຽວກັນ ສໍາລັບສິນຄ້າທີ່ນໍາເຂົ້າຈາກຈີນ. ບັນດາການກະທໍາດັ່ງກ່າວຂອງ ວໍຊິງຕັນ ແລະ ປັກກິ່ງ ໄດ້ສະແດງໃຫ້້ເຫັນວ່າ ສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ເບິ່ງຄືວ່າບໍ່ຢາກຫຼຸດຜ່ອນຄວາມເຄັ່ງຕຶງໃນສົງຄາມການຄ້າທີ່ພວມປີນຂັ້ນໄດໃນປັດຈຸບັນ.
ຄວາມເຄັ່ງຕຶງສົງຄາມການຄ້າລະຫວ່າງ ອາເມລິກາ - ຈີນ
ບັນຊີລາຍຊື່ສິນຄ້າຂອງອາເມລິກາ ຖືກຈີນ ຈັດວາງອັດຕາພາສີໃນຄັ້ງນີ້ ສ່ວນຫຼາຍແມ່ນບັນດາປະເພດສິນຄ້າກ່ຽວກັບເຊື້ອເພີງ ຄື ຖ່ານຫີນ, ນໍ້າມັນບໍ່, ທອງເສດເຫຼືອ, ບັນດາຜະລິດຕະພັນທີ່ປຸງແຕ່ງດ້ວຍໄມ້ ແລະ ອື່ນໆ. ການຈັດວາງອັດຕາພາສີດັ່ງກ່າວເລີ່ມມີຜົນສັກສິດນັບແຕ່ເວລາ 0 ໂມງ ຂອງວັນທີ 23 ສິງຫາ 2018 (ຕາມເວລາປັກກິ່ງ) ເປັນຕົ້ນໄປ. ຕາມກະຊວງການຄ້າຂອງຈີນແລ້ວ, ນີ້ແມ່ນການກະທໍາ  “ປ້ອງກັນຕົວ” ທີ່ຈໍາເປັນ ເພື່ອແນໃສ່ປົກປ້ອງສິດຜົນປະໂຫຍດຂອງຈີນ ແລະ ກົນໄກການຄ້າຫຼາຍຝ່າຍ.         ໃນຂະນະນັ້ນ, ບັນຊີລາຍຊື່ສິນຄ້າຂອງຈີນ ຖືກອາເມລິກາ ຈັດວາງອັດຕາພາສີໃນຄັ້ງນີ້ ພັດໄດ້ເລັ່ງໃສ່ບັນດາອຸປະກອນ ເຄິ່ງຊັກນໍາໄຟຟ້າ. ບັນດາປະເພດສິນຄ້າອື່ນຄື ເຄື່ອງໄຟຟ້າ, ຢາງປລາສຕິກ, ທາດເຄມີ ແລະ ບັນດາເຄື່ອງອາໄຫຼ່ທາງລົດໄຟ ເຊິ່ງນອນໃນແຜນການອຸດສາຫະກໍາ ຮອດປີ 2025 ເພື່ອແນໃສ່ເພີ່ມກໍາລັງຄວາມສາມາດໃນການແກ້ງແຍ້ງຂອງຈີນ ກໍຖືກອັດຕາພາສີນໍາເຂົ້າ 25% ເຊັ່ນດຽວກັນ.
TAG
VOV/VOVworld/ໂຕ້ຕອບ/ອາເມລິກາ/ຈີນ/ການຄ້າ/ເຄິ່ງຊັກ​ນໍາ​ໄຟ​ຟ້າ/ພາສີ

More