ຄວາມວິຕົກກັງວົນໃນການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ
26/09/2019 09:33
(VOVWORLD) -ກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດຂອງ ສະຫະປະຊາຊາດ (ສປຊ) ຫາກໍ່ດຳເນີນໄປຢູ່ ນິວຢອກ ສະຫະລັດ ອາເມລິກາ. ນີ້ແມ່ນໂອກາດສຳຄັນເພື່ອໃຫ້ ສປຊ ຢັ້ງຢືນຄືນຄຳໝັ້ນສັນຍາຂອງ ບັນດາປະເທດ ຮ່ວມແຮງຮ່ວມໃຈເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ. ເຖິງຢ່າງໃດກໍຕາມ, ໃນສະພາບການໂລກ ພວມປະເຊີນຫນ້າກັບບັນດາສິ່ງທ້າທາຍໃຫຍ່ກ່ຽວກັບສິ່ງແວດລ້ອມ, ສິ່ງທີ່ ສປຊ ຕ້ອງການແມ່ນການກະທຳລະອຽດຂອງແຕ່ລະປະເທດ ແທນທີ່ເວົ້າແບບມ່ວນໆເທົ່ານັ້ນ.

ນັກສຶກສາເຂົ້າຮ່ວມການແຫ່ຂະບວນຮຽກຮ້ອງການຕ້ານການປ່ຽນແປງຂອງດິນຟ້າອາກາດ ດຳເນີນໄປຢູ່ ອົດສະຕາລີ ພາບ: AFP ກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດຂອງ ສປຊ ໄດ້ເລືອກເຟັ້ນແມ່ນເຫດການເປີດສາກໃຫ້ສັບປະດາຂັ້ນສູງຂອງ ສປຊ ຢູ່ ນິວຢອກ (23-29 ກັນຍາ). ສິ່ງດັ່ງກ່າວສະແດງໃຫ້ເຫັນລະດັບຄວາມສຳຄັນກໍ່ຄືລັກສະນະຈຳເປັນຂອງເລື່ອງຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກປະຈຸບັນ. ປະມຸກລັດ, ຜຸູ້ຕາງຫນ້າບັນດາລັດຖະບານ ນັບສິບໆທ່ານ ພ້ອມກັບບັນດາອົງການຈັດຕັັ້ງສາກົນ ໄດ້ເຂົ້າຮ່ວມເຫດການສຳຄັນນີ້.
TAG
VOV/VOVworld/ດິນຟ້າອາກາດ
Related








