ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 - ຜັນຂະຫຍາຍບັນດາບຸລິມະສິດໃນສະພາບການໃໝ່
22/06/2020 09:03
(VOVWORLD) - ວັນທີ 22 ມິຖຸນາ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ເລີ່ມໄດ້ຮັບການຈັດຂຶ້ນຢູ່ຫວຽດນາມ ດ້ວຍບັນດາການເຄື່ອນໄຫວທໍາອິດ. ກອງປະຊຸມຖືກດໍາເນີນໃນສະພາບການເປັນພິເສດ ພາຍຫຼັງໂລກລະບາດໂຄວິດ - 19 ໄດ້ ແລະ ກໍາລັງແຜ່ລະບາດອອກສູ່ວົງກວ້າງໃນທົ່ວໂລກ, ອັນໄດ້ສົ່ງຜົນກະທົບຫຍໍ້ທໍ້ເຖິງທຸກດ້ານ ເສດຖະກິດ, ສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນບັນດາປະເທດໃນໂລກເວົ້າລວມ ແລະ ອາຊຽນ ເວົ້າສະເພາະ. ໃນຖານະເປັນປະທານ ອາຊຽນ 2020, ຫວຽດນາມ ສືບຕໍ່ມານະພະຍາຍາມປະຕິບັດບົດບາດຂອງຕົນ, ຮັບປະກັນໃຫ້ກອງປະຊຸມດັ່ງກ່າວບັນລຸໄດ້ໝາກຜົນໃດໜຶ່ງທີ່ສອດຄ່ອງກັບສະພາບການໃໝ່.

ໃນຖານະເປັນປະທານ ອາຊຽນ 2020, ຫວຽດນາມ ສືບຕໍ່ມານະພະຍາຍາມປະຕິບັດບົດບາດຂອງຕົນ, ຮັບປະກັນໃຫ້ກອງປະຊຸມດັ່ງກ່າວບັນລຸໄດ້ໝາກຜົນໃດໜຶ່ງທີ່ສອດຄ່ອງກັບສະພາບການໃໝ່ (ພາບ: Reuters//baoquocte.vn) ໂລກລະບາດໂຄວິດ - 19 ກໍໄດ້ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ ປະຊາຄົມ ອາຊຽນ ເວົ້າລວມ ແລະ ອາຍຸການເປັນປະທານ ອາຊຽນ 2020 ຂອງຫວຽດນາມ ເວົ້າສະເພາະ. ເຖິງຢ່າງໃດກໍຕາມ, ບັນດາສິ່ງທ້າທາຍທີ່ພວມປະເຊີນໜ້ານັ້ນ ກໍຈະແມ່ນກາລະໂອກາດເພື່ອໃຫ້ຫວຽດນາມເສີມຂະຫຍາຍບົດບາດເປັນປະທານ ອາຊຽນ 2020 ໄດ້ຫຼາຍກວ່າອີກ.
TAG
VOV/VOVworld/ອາຊຽນ/ລັດຖະສະພາ/ມານະພະຍາຍາມ/RCEP/ບຸລິມະສິດ
Related
More








.jpg)