ກອງປະຊຸມ G20: ການສູ້ຢັນລະຫວ່າງບັນດາປະເທດມະຫາອຳນາດ
29/11/2018 10:04
(VOVWORLD) -ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ (G20) ຈະດຳເນີນແຕ່ວັນທີ 30 ພະຈິກ ຮອດວັນທີ 1 ທັນວາ ຢູ່ Buenos Aires, ປະເທດ ອາກຊັງຕີນ. ກອງປະຊຸມປີນີ້ ເປັນຂີດໝາຍ 10 ປີ ທີ່ຈັດກອງປະຊຸມດັ່ງກ່າວ ແລະ ປຶກສາຫາລືກ່ຽວກັບນະໂຍບາຍກໍ່ຄືມາດຕະການແກ້ໄຂໃຫ້ແກ່ພື້ນຖານເສດຖະກິດທົ່ວໂລກ. ໃນສະພາບທົ່ວໂລກພວມປະສົບກັບສິ່ງທ້າທາຍ, ກອງປະຊຸມສຳຄັນອັນດັບຫນຶ່ງສຳລັບການຮ່ວມມືເສດຖະກິດໂລກ ຄາດຄະເນວ່າ ອາດຈະຖືກຜົນສະທ້ອນຢ່າງຫນັກຍ້ອນການປະທະກັນດ້ານຜົນປະໂຫຍດລະຫວ່າງບັນດາປະເທດມະຫາອຳນາດ, ການແຕກແຫງໃນຄວາມເຫັນດີເຫັນພ້ອມຈາກຫລາຍປະເທດໃນໂລກກ່ຽວກັບບັນຫານີ້.

ບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານ G20 ເຂົ້າຮ່ວມກອງປະຊຸມປະຈຳປີ ຢູ່ ບາລີ ປະເທດ ອິນໂດເນເຊຍ ກອງປະຊຸມ G20 ປີນີ້ ໂດຍມີການເຂົ້າຮ່ວມຂອງບັນດາການນຳມາຈາກ ກຸ່ມ ບັນດາປະເທດອຸດສາຫະກຳພັດທະນາແຖວຫນ້າ (G7), 5 ປະເທດສະມາຊິກປະຈຳສະພາຄວາມໝັ້ນຄົງ ສປຊ ແລະ 5 ປະເທດ ມີພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນໃນກຸ່ມ BRICS ຊື່ງລວມມີ ບຣາຊີນ, ລັດເຊຍ, ອິນເດຍ, ຈີນ, ອາຟຼິກາໃຕ້. ບັນດາປະເທດສະມາຊິກ G20 ກວມເອົາປະມານ 63% ພົນລະເມືອງທົ່ວໂລກ ແລະ ປະມານ 84% ການລົງທຶນດ້ານການຄ້າທົ່ວໂລກ.
TAG
VOV/VOVworld/ສົງຄາມການຄ້າ/ສູ້ຢັນ
Related







