VOV WorldVOV World
ກອງປະຊຸມໃຫຍ່ ASOSAI 14 - ຂີດໝາຍໃນວິວັດການເຊື່ອມໂຍງເຂົ້າກັບສາກົນຂອງອົງການກວດສອບບັນຊີຫວຽດນາມ
18/09/2018 08:18
(VOVWORLD) -ວັນທີ 19 ກັນຍາ, ກອງປະຊຸມໃຫຍ່ບັນດາອົງການກວດສອບບັນຊີແຫ່ງລັດສູງສຸດອາຊີ ຄັ້ງທີ 14 (ASOSAI 14) ຖືກໄຂຂຶ້ນຢ່າງເປັນທາງການຢູ່ຮ່າໂນ້ຍ. ນີ້ເປັນຄັ້ງທຳອິດອົງການກວດສອບບັນຊີແຫ່ງລັດຫວຽດນາມ ໃນຖານະເປັນປະເທດເຈົ້າພາບຈັດກອງປະຊຸມໃຫຍ່ ASOSAI.
ກອງປະຊຸມໃຫຍ່ ASOSAI 14 - ຂີດໝາຍໃນວິວັດການເຊື່ອມໂຍງເຂົ້າກັບສາກົນຂອງອົງການກວດສອບບັນຊີຫວຽດນາມ
ກອງປະຊຸມໃຫຍ່ຄັ້ງນີ້ແມ່ນຂີດໝາຍສຳຄັນ, ສ້າງຂີດໝາຍພິເສດໃນວິວັດການເຊື່ອມໂຍງ ແລະ ຮ່ວມມືກັບສາກົນຂອງອົງການກວດສອບແຫ່ງລັດຫວຽດນາມ ນັບແຕ່ເມື່ອເຈົ້າເປັນສະມາຊິກ ASOSAI ໃນເດືອນມັງກອນປີ 1997. ບົດຂຽນຂອງນັກຂ່າວ ເລເຟືອງ.         ອົງການກວດສອບບັນຊີແຫ່ງລັດຫວຽດນາມ ໄດ້ຮັບການສ້າງຕັ້ງນັບແຕ່ປີ 1994 ແລະ ແມ່ນອົງການວິຊາສະເພາະທີ່ຍັງໜຸ່ມແໜ້ນຢູ່ໃນອົງການຈັດຕັ້ງແຫ່ງລັດຫວຽດນາມ, ກໍຄືປະຊາຄົມກວດສອບບັນຊີລັດຖະບານພາກພື້ນ ແລະ ໃນໂລກ. ດ້ວຍທິດນຳໃນການຮັບເອົາ ແລະ ຮ່ຳຮຽນເອົາບົດຮຽນຈາກສາກົນ ເພື່ອເພີ່ມທະວີກຳລັງຄວາມສາມາດ ແນໃສ່ຫຼຸດຜ່ອນຄວາມຜິດໂຕນໃນການພັດທະນາ, ນັບແຕ່ວັນສ້າງຕັ້ງມາຮອດປະຈຸບັນ, ອົງການກວດສອບບັນຊີແຫ່ງລັດຫວຽດນາມ ໄດ້ເປີດກວ້າງການພົວພັນກັບປະຊາຄົມສາກົນຢ່າງບໍ່ຢຸດຢັ້ງ.
TAG
VOV/VOVworld/ອົງ​ການກວດ​ສອບ​ບັນ​ຊີແຫ່ງ​ລັດ​/ASOSAI 14