VOV WorldVOV World
ກອງປະຊຸມການທູດຄັ້ງທີ 30: ກຳນົດທີ່ຕັ້ງປະເທດຊາດໃນສະພາບການໃໝ່
15/08/2018 09:08
(VOVWORLD) - ຈິດໃຈການທູດສ້າງສາພວມແຜ່ຂະຫຍາຍຢ່າງແຮງທີ່ກອງປະຊຸມການທູດ ຫວຽດນາມ ຄັ້ງທີ 30. ນີ້ໄດ້ຮັບຖືວ່າ ຄືກອງປະຊຸມຢັ່ງຫາງສຽງຂອງຂະແໜງການທູດ ຊຶ່ງໄດ້ຈັດຕັ້ງ 2 ປີເທື່ອໜຶ່ງ,
ກອງປະຊຸມການທູດຄັ້ງທີ 30: ກຳນົດທີ່ຕັ້ງປະເທດຊາດໃນສະພາບການໃໝ່
ກອງປະຊຸມຄັ້ງນີ້ ໄດ້ວາງອອກໜ້າທີ່ສຳຄັນຫລາຍຢ່າງ, ມຸ່ງໄປເຖິງການກໍ່ສ້າງພື້ນຖານການທູດຮອບດ້ານ, ນຳປະເທດຊາດສືບຕໍ່ເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່ຢ່າງເລິກເຊິ່ງກ້ວາງຂວາງ.  ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ຟ້າມແຊງເຈົາ         ກອງປະຊຸມການທູດຄັ້ງນີ້ ໄດ້ສຸມໃສ່ເຂົ້າໃນ 4 ຈຸດສຸມ ເຊິ່ງລວມມີ: ຕີລາຄາການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ ກ່ຽວກັບການພົວພັນຕ່າງປະເທດໃນ 2 ປີຜ່ານມາ; ຕີລາຄາສະພາບການໂລກ, ກາລະໂອກາດ ແລະ ສິ່ງທ້າທາຍເພື່ອຜັນຂະຫຍາຍແນວທາງການພົວພັນຕ່າງປະເທດຂອງພັກຢ່າງເປັນເຈົ້າການ ແລະ ມີຫົວຕິດປະດິດສ້າງ; ຕີລາຄາບັນດາມາດຕະການຜັນຂະຫຍາຍປະສິດທິພາບແຫ່ງການເຊື່ອມໂຍງ ແລະ ຍົກລະດັບການທູດຫລາຍຝ່າຍ; ບູລະນະລະບົບກົງຈັກລັດ ແລະ ກໍ່ສ້າງຖັນແຖວພະນັກງານທີ່ມີລັກສະນະອາຊີບ, ທັນສະໄໝ.
TAG
VOV/VOVworld/ກອງປະຊຸມການທູດ/ສະພາບການໃໝ່

More