VOV WorldVOV World
ກົດໝາຍວ່າດ້ວຍງົບປະມານປ້ອງກັນປະ​ເທດອາເມລິກາ2019:ການລົງທຶນສຳຄັນໃນປະຫວັດສາດກອງທັບອາເມລິກາ
14/08/2018 07:57
(VOVWORLD) - ວັນທີ 13 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນປະກາດໃຊ້ກົດໝາຍວ່າດ້ວຍງົບປະມານປ້ອງກັນປະເທດປີ 2019 (NDAA).
ກົດໝາຍວ່າດ້ວຍງົບປະມານປ້ອງກັນປະ​ເທດອາເມລິກາ2019:ການລົງທຶນສຳຄັນໃນປະຫວັດສາດກອງທັບອາເມລິກາ
ທ່ານ D.Trump ຕີລາຄາວ່າ ນີ້ແມ່ນການລົງທຶນສຳຄັນໃນປະຫວັດສາດທັນສະໄໝຂອງກອງທັບ ອາເມລິກາ. ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນກົດໝາຍໄດ້ສະແດງໃຫ້ເຫັນຫຼັກໝັ້ນກ້ຳເກີ່ງກັບ ຈີນ ທີ່ແຂງກະດ້າງກ່ວາ ເມື່ອທຽບໃສ່ບັນດາປະທານາທິບໍດີຄົນລຸ້ນກ່ອນ, ພິເສດແມ່ນໃນດ້ານຍຸດທະສາດ.         ກ່ອນທີ່ທ່ານປະທານາທິບໍດີ ອາເມລິກາ ໄດ້ເຊັນປະກາດໃຊ້, ກົດໝາຍວ່າດ້ວຍງົບປະມານປ້ອງກັນປະເທດປີການເງິນ 2019 ໂດຍສະພາຕ່ຳ ແລະ ສະພາສູງອາເມລິກາ ຮັບຮອງເອົາເມື່ອທ້າຍເດືອນ ກໍລະກົດ ແລະ ຕົ້ນເດືອນ ສິງຫາ ດ້ວຍຄວາມເຫັນດີເຫັນພ້ອມສູງ. ເລື່ອງສະພາແຫ່ງຊາດ ອາເມລິກາ ຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ໄດ້ຮັບຖືວ່າແມ່ນການສະໜັບສະໜູນຄຳຮຽກຮ້ອງຂອງທ່ານປະທານາທິບໍດີ Donald Trump ກ່ຽວກັບການເພີ່ມທະວີກຳລັງແຮງໃຫ້ກອງທັບ.
TAG
VOV/VOVworld/ງົບ​ປະ​ມານ/ອາ​ເມ​ລິ​ກາ

More