VOV WorldVOV World
ຮັກສາທ່າພັດທະນາຢ່າງແຮງ, ຮອບດ້ານໃນການພົວພັນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ
04/12/2018 04:08
(VOVWORLD) - ວັນທີ 04 ທັນວາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເລີ່ມຕົ້ນການໄປຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ.
ຮັກສາທ່າພັດທະນາຢ່າງແຮງ, ຮອບດ້ານໃນການພົວພັນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ
ການຢ້ຽມຢາມເພື່ອແນໃສ່ສືບຕໍ່ຫັນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ເປັນລະອຽດ, ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຕື່ມອີກ, ພ້ອມທັງນຳການພົວພັນລະຫວ່າງ 2 ອົງການນິຕິບັນຍັດ 2 ປະເທດໃຫ້ພັດທະນາທັງໃນ 2 ຝ່າຍ ແລະ ຫລາຍຝ່າຍ.         ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ໄດ້ຮັບການສ້າງຕັ້ງນັບແຕ່ປີ 2009 ແລະ ໄດ້ຮັບການຮັກສາທ່າພັດທະນາຢ່າງແຮງ, ຮອບດ້ານ ນັບມື້ນັບເຂົ້າສູ່ລວງເລິກ.         ສິ່ງດັ່ງກ່າວໄດ້ຢັ້ງຢືນເຈດຈຳນົງ ແລະ ຄວາມຕັດສິນໃຈດ້ານການເມືອງຂອງການນຳກໍ່ຄືປະຊາຊົນ 2 ປະເທດ, ສ້າງພື້ນຖານດ້ານການເມືອງສຳຄັນ ເພື່ອນຳການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ໃຫ້ພັດທະນາຢູ່ໃນລະດັບສູງໃໝ່ໃນທຸກຂົງເຂດ.
TAG
VOV/VOVworld/ຮັກສາທ່າພັດທະນາ/ສ.ເກົາຫຼີ/ສະ​ພາ​ແຫ່ງ​ຊາດ/ຫງວຽນ​ທິ​ກິມ​ເງິນ