VOV WorldVOV World
ລັດຖະບານສະເໜີບັນດາມາດຕະການຕົ້ນຕໍເພື່ອປະຕິບັດຄາດໝາຍພັດທະນາເສດຖະກິດໃນປີ 2017
22/05/2017 07:33
(VOVWORLD) -ທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ໃນຕອນເຊົ້າວັນທີ 22 ພຶດສະພາ, ບົດລາຍງານຂອງລັດຖະບານ ໂດຍທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ເຈືອງຮ່ວາບິ່ງ ສະເໜີ ໄດ້ຊີ້ແຈ້ງບັນດາໝາກຜົນດ້ານເສດຖະກິດ, ສັງຄົມທີ່ບັນລຸໄດ້ໃນ 4 ເດືອນຕົ້ນປີ 2017. ບົດລາຍງານກໍ່ຊີ້ແຈ້ງບັນດາມາດຕະການແກ້ໄຂຕົ້ນຕໍ່ເພື່ອໃຫ້ລັດຖະບານປະຕິບັດສຳເລັດຄາດໝາຍເຕີບໂຕ GDP 6,7% ໃນປີ 2017 ຄືດັ່ງສະພາແຫ່ງຊາດໄດ້ຮັບຮອງເອົາ.
ລັດຖະບານສະເໜີບັນດາມາດຕະການຕົ້ນຕໍເພື່ອປະຕິບັດຄາດໝາຍພັດທະນາເສດຖະກິດໃນປີ 2017
 (ພາບປະກອບອີນເຕີແນັດ) ໃນ 4 ເດືອນຕົ້ນປີ 2017, ສະພາບການໂລກມີການຜັນແປໄປຢ່າງສັບສົນ, ການປະທະກັນຖືກເກີດຂຶ້ນຢູ່ຫຼາຍແຫ່ງ; ເສດຖະກິດໂລກເຕີບໂຕແຕ່ຍັງຄົງຊ້ອນແຝງບັນດາປັດໃຈຂາດສະຖຽນລະພາບ; ການປົກປ້ອງການຄ້າມີທ່າອ່ຽງເພີ່ມຂຶ້ນ; ຕະຫຼາດການເງິນ ເງິນຕາມີຄວາມຂາດສະຖຽນລະພາບຫຼາຍຢ່າງ. ຢູ່ພາຍໃນປະເທດ, ບັນດາຂໍ້ຈຳກັດຈາກຫຼາຍປີກ່ອນສືບຕໍ່ສະແດງອອກຢ່າງຈະແຈ້ງກວ່າ ໂດຍສະເພາະແມ່ນກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດຍັງຕ່ຳຢູ່. ໃນສະພາບການນັ້ນ, ເພື່ອປະຕິບັດສຳເລັດຄາດໝາຍພັດທະນາເສດຖະກິດຄືດັ່ງທີ່ໄດ້ວາງອອກ, ລັດຖະບານຫວຽດນາມ ໄດ້ສຸມໃສ່ເຂົ້າໃນບັນດາມາດຕະການແກ້ໄຂຈຸດສຸມຄື: ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ; ສ້າງໂຄງປະກອບລະບົບບັນດາອົງການສິນເຊື່ອຄືນໃໝ່, ແກ້ໄຂໜິີ້ເສຍ; ຍູ້ແຮງການສ້າງລະບອບລະບຽບການໃຫ້ສຳເລັດ ເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ.
TAG
VOV/VOVworld/​ສະ​ເໝີ​ພາບ

More