ມານະພະຍາຍາມກໍ່ສ້າງ ປະເທດ ຊີຣີ ຄືນໃໝ່
14/03/2019 09:29
(VOVWORLD) -ກອງປະຊຸມອຸປະຖໍາ ຖືກດໍາເນີນໃນລະຫວ່່າງວັນທີ 12 – 14 ມີນາ ໄດ້ດຶງດູດຄວາມສົນໃຈຂອງບັນດາອົງການບໍ່ຂຶ້ນກັບລັດຖະບານນັບຮ້ອຍອົງການ ພ້ອມດ້ວຍບັນດາອົງການຈັດຕັ້ງສັງຄົມພົນລະເຮືອນຂອງ ຊີຣີ, ພາກພື້ນ ແລະ ສາກົນ.

ວັນທີ 14 ມີນາ, ກອງປະຊຸມກ່ຽວກັບການອຸປະຖໍາໃຫ້ແກ່່ ຊີຣີ ຄັ້ງທີ 3 ໂດຍສະຫະພາບ ເອີຣົບ (ອີຢູ) ແລະ ສະຫະປະຊາຊາດເປັນປະທານຮ່ວມ ໄດ້ສິ້ນສຸດລົງພາຍຫຼັງດໍາເນີນມາເປັນເວລາ 3 ວັນ ຢູ່ ບຣຸກແຊນ ປະເທດແບນຊິກ. ກອງປະຊຸມດັ່ງກ່າວ ແມ່ນເພື່ອແນໃສ່ປຸກລະດົມການຊ່ວຍເຫຼືອຈາກປະຊາຄົມສາກົນໃຫ້ຫຼາຍກວ່່າອີກ ເພື່ອຊ່ວຍ ຊີຣີ ຟື້ນຕົວຂຶ້ນ ພາຍຫຼັງຖືກຕົກເຂົ້າສູ່ສະພາບສົງຄາມທີ່ແກ່ຍາວມາເປັນເວລາຫຼາຍປີ. ເຖິງຢ່າງໃດກໍຕາມ ສິ່ງດັ່ງກ່າວ ບໍ່ແມ່ນເລື່ອງງ່າຍດາຍ ໃນເມື່ອສົງຄາມໄດ້ມ້າງທໍາລາຍພື້ນຖານວັດຖຸ ແລະ ທໍາລາຍບັນດາພື້ນຖານເສດຖະກິດຂອງປະເທດຕາເວັນອອກກາງນີ້ຢ່າງໜັກໜ່ວງ. ສົງຄາມໄດ້ມ້າງທໍາລາຍພື້ນຖານວັດຖຸ ແລະ ທໍາລາຍບັນດາພື້ນຖານເສດຖະກິດຂອງປະເທດຕາເວັນອອກກາງນີ້ຢ່າງໜັກໜ່ວງ (ພາບ:TTXVN) ດ້ວຍຫົວຂໍ້ທີ່ວ່າ “ໜູນຊ່ວຍເພື່ອອະນາຄົດຂອງ ຊີຣີ ແລະ ພາກພື້ນ”, ກອງປະຊຸມອຸປະຖໍາ ຖືກດໍາເນີນໃນລະຫວ່່າງວັນທີ 12 – 14 ມີນາ ໄດ້ດຶງດູດຄວາມສົນໃຈຂອງບັນດາອົງການບໍ່ຂຶ້ນກັບລັດຖະບານນັບຮ້ອຍອົງການ ພ້ອມດ້ວຍບັນດາອົງການຈັດຕັ້ງສັງຄົມພົນລະເຮືອນຂອງ ຊີຣີ, ພາກພື້ນ ແລະ ສາກົນ. ໂດຍສືບຕໍ່ຈາກໝາກຜົນຂອງສອງກອງປະຊຸມຄັ້ງກ່ອນ, ກອງປະຊຸມຄັ້ງນີ້ ໄດ້ເຕື້ອງເຖິງບັນດາບັນຫາສໍາຄັນທີ່ກ່ຽວຂ້ອງເຖິງການຊ່ວຍເຫຼືອມະນຸດສະທໍາ, ການປັບຕົວໃຫ້ເໝາະສົມ ເຊິ່ງປະຊາຊົນ ຊີຣີ ກໍຄືບັນດາປະເທດທີ່ຮັບຊາວລີ້ໄພ ຊີຣີ ພວມຕ້ອງປະເຊີນໜ້າ.
TAG
VOV/VOVworld/ກໍ່ສ້າງ ປະເທດ ຊີຣີ ຄືນໃໝ່/ສົງຄາມ/ມ້າງເພທໍາລາຍ/ລູກລະເບີດ
Related







