VOV WorldVOV World
ມຸ່ງໄປສູ່ພື້ນຖານສື່ມວນຊົນທີ່ເຕັມໄປດ້ວຍລັກສະນະຕໍ່ສູ້, ປັບຕົວໃຫ້ແທດເໝາະກັບຍຸກສະໄໝ
18/03/2019 08:41
(VOVWORLD) -ຕ້ອງປ່ຽນແປງໃໝ່, ຕ້ອງປະດິດຄິດສ້າງ ແລະ ຕ້ອງນໍາໃຊ້ພື້ນຖານເຕັກໂນໂລຢີໃໝ່ ຈຶ່ງສາມາດສື່ຂ່າວໄດ້ຢ່າງຊັດເຈນ, ມີຄວາມໄວ້ວາງໃຈ ແລະ ມີລັກສະນະກໍານົດທິດສູງ
ມຸ່ງໄປສູ່ພື້ນຖານສື່ມວນຊົນທີ່ເຕັມໄປດ້ວຍລັກສະນະຕໍ່ສູ້, ປັບຕົວໃຫ້ແທດເໝາະກັບຍຸກສະໄໝ
ດ້ວຍຫົວຂໍ້ວ່າ “ສື່ມວນຊົນ ຫວຽດນາມ ປ່ຽນແປງໃໝ່, ປະດິດຄິດສ້າງ, ມີຄວາມຮັບຜິດຊອບ ເພື່ອຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ”, ງານບຸນໜັງສືພິມທົ່ວປະເທດປີ 2019 ໄດ້ອັດລົງໃນວັນທີ 17 ມີນາ, ຢູ່ຮ່າໂນ້ຍ ພາຍຫຼັງດໍາເນີນໄປຢ່າງຟົດຟື້ນເປັນເວລາ 3 ວັນ. ງານບຸນໜັງສືພິມໄດ້ສະແດງໃຫ້ເຫັນວ່າ ບັນດາຄວາມມານະພະຍາຍາມໃກ້ຊິດຕິດແທດກັບຂໍ້ມູນຂ່າວສານ, ກໍານົດທິດຫາງສຽງສັງຄົມ, ໄດ້ມຸ່ງໄປສູ່ພື້ນຖານສື່ມວນຊົນທີ່ເຕັມໄປດ້ວຍລັກສະນະຕໍ່ສູ້, ປັບຕົວໃຫ້ແທດເໝາະກັບຍຸກສະໄໝ ແລະ ຮັບໃຊ້ຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ.         ງານບຸນໜັງສືພິມທົ່ວປະເທດ 2019 ແມ່ນເຫດການວັດທະນະທໍາ-ສື່ມວນຊົນໃຫຍ່ທີ່ສຸດໃນວົງການສື່ມວນຊົນທົ່ວປະເທດທີ່ໄດ້ຈັດຂຶ້ນທຸກໆປີ. ນີ້ແມ່ນການເຕົ້າໂຮມຂອງວົງການວິຊາອາຊີບ, ວັດທະນະທໍາທາງດ້ານຈິດໃຈທີ່ເປັນເອກະລັກຂອງຜູ້ທີ່ປະກອບອາຊີບສື່ມວນຊົນໃນທົ່ວປະເທດ.
TAG
VOV/VOVworld/ໜັງສືພິມ/ສື່ມວນຊົນ/ຖະແຫຼງຂ່າວ/ມະຫາຊົນ/ປັບຕົວ/ຍຸກສະໄໝ