ນະໂຍບາຍອັນຖືກຕ້ອງ ແລະ ສະເໝີຕົ້ນສະເໝີປາຍ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ
01/02/2024 09:05
(VOVWORLD) - ໃນເວລາ 2 ວັນ, ຄືວັນທີ 1 – 2 ກຸມພາ ຢູ່ນະຄອນ ໂຮ່ຈີມິນ ໄດ້ເປີດລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນປີ 2024”. ນີ້ແມ່ນເຫດການໃຫຍ່ ດຶງດູດການເຂົ້າຮ່ວມຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນທົ່ວໂລກກັບຄືນເມືອບ້ານຕ້ອນຮັບບຸນເຕັດ.

ລາຍການແມ່ນໜຶ່ງໃນຫຼາຍການເຄື່ອນໄຫວທີ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ ແລະ ລັດສະຫງວນໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະກອບສ່ວນຢືນຢັນຄວາມຖືກຕ້ອງ ແລະສະເຫມີຕົ້ນສະເຫມີປາຍຂອງພັກ ແລະ ລັດ ໃນຫລາຍປີຜ່ານມາ ກ່ຽວກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ບໍ່ຕັດແຍກອອກໄດ້ ແລະ ແມ່ນແຫຼ່ງກຳລັງສຳຄັນຂອງປະຊາຄົມຊາວ ຫວຽດນາມ, ແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ.
TAG
VOV/VOVworld/ຊາວ ຫວຽດນາມ/ກັບບ້ານ/ຕ້ອນຮັບບຸນເຕັດ/ສະເໝີຕົ້ນສະເໝີປາຍ
Related








