ນັກປັນຍາຊົນໜຸ່ມ ຫວຽດນາມ ປະກອບສ່ວນ ເຂົ້າໃນການພັດທະນາປະເທດຊາດ
28/11/2018 09:00
(VOVWORLD) - ປັດຈຸບັນ, ຊາວໜຸ່ມພວມກວມເອົາສ່ວນຫລາຍໃນຈຳນວນປະຊາກອນທົ່ວປະເທດ, ນີ້ແມ່ນກຳລັງຊ່ວຍໃຫ້ ຫວຽດນາມ ຢູ່ໃນໄລຍະ “ປະຊາກອນໃນເກນອາຍຸເຮັດວຽກ”.

ໃນໄລຍະຫັນປະເທດເປັນປະເທດອຸດສາຫະກຳ, ທັນສະໄໝ, ສ້າງສາ ແລະ ປົກປັກຮັກສາປະເທດຊາດຄືປັດຈຸບັນ, ຊາວໜຸ່ມສືບຕໍ່ແມ່ນກຳລັງຫຼັກແຫຼ່ງ, ນຳໜ້າໃນບັນດາຂະບວນການພັດທະນາເສດຖະກິດ, ສັງຄົມ, ສ້າງສາປະເທດຊາດ. ຊາວໜຸ່ມ ຫວຽດນາມ ຢັ້ງຢືນໄດ້ທີ່ຕັ້ງຂອງຕົນສຳລັບບັນດາຊາວໜຸ່ມລຸ້ນຕ່າງໆໃນພາກພື້ນ ແລະ ໃນໂລກ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ: ຍິ່ງກ່ວາເວລາໃດໝົດ, ຊາວໜຸ່ມສວມບົດບາດສຳຄັນໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະຫັນປະເທດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ກ່າວຄຳເຫັນທີ່ເວທີປາໄສນັກປັນຍາຊົນໜຸ່ມ ຫວຽດນາມ ທົ່ວໂລກຄັ້ງທີ 1 ປີ 2018 (ພາບ: dantri.com.vn ) ປີ 2017, ທີ່ກອງປະຊຸມໃຫຍ່ຊາວໜຸ່ມທົ່ວປະເທດຄັ້ງທີ 11, ເມື່ອປຶກສາຫາລືກ່ຽວກັບບັນດາເປົ້າໝາຍພັດທະນາຊາວໜຸ່ມ, ປ່ຽນແປງໃໝ່ວິທີການເຄື່ອນໄຫວຂອງຄະນະຊາວໜຸ່ມ, ເພີ່ມທະວີວຽກງານ, ສາມັກຄີ, ເຕົ້າໂຮມຊາວໜຸ່ມ, ເຂົ້າຮ່ວມປະກອບກຳລັງເຫື່ອແຮງໜຸ່ມແໜ້ນໃຫ້ແກ່ການພັດທະນາປະເທດຊາດ, ກຳລັງປັນຍາຊົນໜຸ່ມໄດ້ຮັບຖືວ່າ ມີບົດບາດສຳຄັນ, ແມ່ນກຸ່ມຊາວໜຸ່ມເຂົ້າຮ່ວມການປະຕິບັດບັນດາເປົ້າໝາຍລວມ. ປັນຍາຊົນໜຸ່ມທັງແມ່ນກຳລັງຄວນໄດ້ຮັບຄວາມສົນໃຈ, ລະດົມກຳລັງໃຈ, ສົ່ງເສີມ ທັງແມ່ນກຳລັງຄວນໄດ້ຮັບການບຳລຸງສ້າງໃນສະພາບແວດລ້ອມເງື່ອນໄຂສະດວກຫລາຍຢ່າງ ເພື່ອເສີມຂະຫຍາຍ, ອຸທິດສ່ວນ ແລະ ຢັ້ງຢືນ ເພື່ອເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ.
TAG
VOV/VOVworld/ນັກປັນຍາຊົນໜຸ່ມ/ການພັດທະນາປະເທດຊາດ/ການເຕີບໃຫຍ່ຂະຫຍາຍຕົວ
Related







