ນໍ້າໃຈອັນບໍລິສຸດຜຸດຜ່ອງ ສອງຊາດຫວຽດນາມ - ລາວ
20/05/2019 09:10
(VOVWORLD) -ພາຍຫຼັງການເຄື່ອນໄຫວຢ່າງຟົດຟື້ນມ່ວນຊື່ນເປັນເວລາ 4 ວັນ, “ງານບຸນພົບປະແລກປ່ຽນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ບັນດາເຜົ່າສ່ວນໜ້ອຍຢູ່ບັນດາແຂວງເຂດຊາຍແດນ ຫວຽດນາມ - ລາວ ເຂດພາກກາງ - ໄຕງວຽນ ປີ 2019” ກໍໄດ້ອັດລົງໃນວັນທີ 19 ພຶດສະພາ ຢູ່ເມືອງ ອາເລື໊ອຍ, ແຂວງເທື່ອທຽນ-ເຫວ້ ຂອງຫວຽດນາມ.

ໃນຈໍານວນນັກສິລະປິນ, ນັກສິລະປະກອນ, ນັກສະແດງນັບຮ້ອຍຄົນທີ່ມີໜ້າເຂົ້າຮ່ວມງານບຸນນັ້ນ ແມ່ນມີຫຼາຍຄົນທີ່ມາຈາກກອງສິລະປະຂອງ 4 ແຂວງຂອງລາວຄື ອັດຕະປື, ເຊກອງ, ສາລະວັນ, ສະຫວັນນະເຂດ. ງານບຸນດັ່ງກ່າວ ໄດ້ສ້າງຄວາມປະທັບໃຈອັນດີງາມໃນໝູ່ປະຊາຊົນສອງປະເທດ ຫວຽດນາມ - ລາວ.
TAG
VOV/VOVworld/ງານບຸນພົບປະແລກປ່ຽນວັດທະນະທໍາ/ຊຸດອາພອນ/ສີສັນວັດທະນະທໍາ/ອາເລື໊ອຍ
Related
More








