ຍົດລະດັບເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ
01/05/2019 07:14
(VOVWORLD) - ພື້ນຖານເສດຖະກິດ ຫວຽດນາມ ນັບມື້ນັບພັດທະນາ, ດ້ວຍກຳລັງຄວາມສາມາດການຜະລິດ ແລະ ເຂົ້າຮ່ວມຕະຫລາດສາກົນນັບມື້ນັບໝັ້ນຄົງເຂັ້ມແຂງ, ລະດັບການເຕີບໂຕສົ່ງອອກແຕ່ 15 – 16%/ປີ, ບັນລຸກ່ວາ 243 ຕື້ USD ໃນປີ 2018.

ໃນຊຸມປີຜ່ານມາ, ບັນດາເຄື່ອງໝາຍການຄ້າແຫ່ງຊາດຂອງ ຫວຽດນາມ ໄດ້ສະແດງໃຫ້ເຫັນການເຕີບໃຫຍ່ເຂັ້ມແຂງທັງກ່ຽວກັບປະລິມານ ແລະ ຄຸນນະພາບ, ສ້າງທີ່ຕັ້ງບົດບາດໃຫ້ແກ່ເຄື່ອງໝາຍການຄ້າ ຫວຽດນາມ ໃນພາກພື້ນ ແລະ ສາກົນ. ປະຊາຄົມວິສາຫະກິດເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມກ່ວາອີກ, ຜ່ານຜ່າສິ່ງທ້າທາຍໃນການຜະລິດ, ດຳເນີນທຸລະກິດເພື່ອໃຫ້ເຄື່ອງໝາຍການຄ້າ ຫວຽດນາມ ຍາມໃດກໍ່ມີທີ່ຕັ້ງບົດບາດໃນຕະຫລາດການຄ້າສາກົນ. ທ່ານ ຫວູບ໊າຝູ໊, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ
TAG
VOV/VOVworld/ເຄື່ອງໝາຍການຄ້າ/ການຕະຫລາດ/ອົງການການທູດ/ການທ່ອງທ່ຽວ/ການລົງທຶນ
Related
More








