VOV WorldVOV World
ຍົກສູງປະສິດທິຜົນການເຄື່ອນໄຫວຂອງກົງຈັກບໍລິຫານລັດ
30/10/2017 07:26
(VOVWORLD) -ໃນມື້ເຮັດວຽກວັນທີ 30 ຕຸລາ ຂອງກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບກົງຈັກບໍລິຫານລັດ ແລະ ຍົກອອກຫຼາຍຂໍ້ສະເໜີແນະເພື່ອໃຫ້ກົງຈັກກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ມີປະສິດທິຜົນ. ບັນທຶກຂອງນັກຂ່າວ VOV ທີ່ວາລະປຶກສາຫາລື.
ວາລະປຶກສາຫາລືກ່ຽວກັບການປະຕິຮູບກົງຈັກບໍລິຫານລັດ ຖືກດຳເນີນເປັນເວລາ 5 ວັນ, ພາຍຫຼັງທີ່ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ເຊັນປະກາດໃຊ້ມະຕິເລກທີ 18 ມຕ/ສກ “ບາງບັນຫາກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ຊັບຊ້ອນການຈັດຈັ້ງກົງຈັກຂອງລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ມີປະສິດທິຜົນ”. ບັນດາຄຳເຫັນທີ່ວາລະປຶກສາຫາລືໄດ້ສຸມໃສ່ສະເໜີເລື່ອງຊັບຊ້ອນການຈັດຕັ້ງກົງຈັກຂັ້ນຕາແສງໃຫ້ກະທັດລັດ, ຈັດຕັ້ງຢ່າງມີໄຫວພິບຢູ່ຂັ້ນແຂວງ, ຫຼຸດຜ່ອນຈຳນວນຫົວໜ່ວຍໃນບັນດາກະຊວງ, ຂະແໜງການ.         ປະຈຸບັນ, ມີ 4 ລ້ານຄົນພວມຮັບເງິນເດືອນຈາກງົບປະມານຂອງລັດ (ບໍ່ຄິດໄລ່ກຳລັງປະກອບອາວຸດ). ໜ້າທີ່ຂອງບັນດາອົງການໃນໄລຍະ 4 ປີຈະມາເຖິງແມ່ນຫຼຸດຜ່ອນບັນຈຸພະນັກງານຢ່າງໜ້ອຍສຸດແມ່ນ 400.000 ຄົນ.
TAG
VOV/VOVworld/​ປັບ​ປຸງ​ສິດ