ຍູ້ໄວຄວາມຄືບໜ້າຫັນລັດວິສາຫະກິດເປັນຫຸ້ນສ່ວນ
23/11/2018 10:44
(VOVWORLD) -ການຫັນລັດວິສາຫະກິດເປັນຫຸ້ນສ່ວນ ແມ່ນໜຶ່ງໃນບັນດາວິທີການແກ້ໄຂສໍາຄັນ ເພື່ອສ້າງໂຄງປະກອບລັດວິສາຫະກິດຄືນໃໝ່, ຈຸດສຸມແມ່ນກຸ່ມບໍລິສັດເສດຖະກິດ ແລະ ບໍລິສັດໃຫຍ່ຂອງລັດ ໄລຍະ 2016 – 2020. ເມື່ອເປັນເຊັ່ນນັ້ນນັ້ນກໍຕາມ, ວິວັດການຫັນລັດວິສາຫະກິດເປັນຫຸ້ນສ່ວນຍັງບໍ່ທັນບັນລຸໄດ້ຕາມຄວາມຄາດຫວັງ. ສະນັ້ນ, ຕ້ອງການມີບັນດາວິທີການແກ້ໄຂຢ່າງແທດຈິງ ແລະ ທັນການ ຈຶ່ງສາມາດບັນລຸໄດ້ຄວາມຄືບໜ້າທີ່ວາງອອກ. ວັນທີ 21 ພະຈິກ ຜ່ານມາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມ ເພື່ອຊຸກຍູ້ການເຄື່ອນໄຫວຫັນລັດວິສາຫະກິດເປັນຫຸ້ນສ່ວນໃນໄລຍະຈະມາເຖິງ.

ພາຍຫຼັງປະຕິບັດມາເປັນເວລາ 01 ປີ, ໂຄງການດໍາເນີນງານຂອງລັດຖະບານກ່ຽວກັບການປະຕິບັດການສ້າງໂຄງປະກອບຄືນໃໝ່, ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນລັດວິສາຫະກິດ ແລະ ແຜນຮ່າງສ້າງໂຄງປະກອບລັດວິສາຫະກິດຄືນໃໝ່, ໂດຍຈຸດສຸມແມ່ນ ກຸ່ມບໍລິສັດເສດຖະກິດ, ບໍລິສັດໃຫຍ່ຂອງລັດ ໄລຍະ 2016 – 2020 ເມື່ອບັນລຸໄດ້ໝາກຜົນຕັ້ງໜ້າ. ສິ່ງທີ່ໜ້າເຕື້ອງເຖິງທີ່ສຸດນັ້ນ ແມ່ນການເຄື່ອນໄຫວຂອງບັນດາວິສາຫະກິດ ພາຍຫຼັງການຫັນເປັນຫຸ້ນສ່ວນ ເມື່ອທຽບໃສ່ກັບ ຕອນທີ່ຍັງບໍ່່ທັນໄດ້ຫັນເປັນຫຸ້ນສ່ວນນັ້ນ ແມ່ນດີກວ່າກັນຫຼາຍ. ນັບທັງ ກໍາໄລສະເລ່ຍກ່ອນເສຍພາສີ, ມອບເຂົ້າງົບປະມານແຫ່ງລັດ, ທຶນຈົດທະບຽນ, ຊັບສິນທັງໝົດ, ລາຍຮັບ, ລາຍໄດ້ຂອງຊາວຜູ້ອອກແຮງງານ ລ້ວນແຕ່ເພີ່ມຂຶ້ນ; ການບໍລິຫານວິສາຫະກິດໄດ້ປ່ຽນແປງໄປຕາມທິດຕັ້ງໜ້າ. ເຖິງຢ່າງໃດກໍຕາມ, ຄວາມຄືບໜ້າໃນການສັບຊ້ອນ, ຫັນລັດວິສາຫະກິດເປັນຫຸ້ນສ່ວນ ໄດ້ຮັບຖືວ່າ ແມ່ນຍັງຊັກຊ້າຢູ່, ຍັງບໍ່ທັນບັນລຸໄດ້ຕາມຄວາມຮຽກຮ້ອງຕ້ອງການເທື່ອ.
TAG
VOV/VOVworld/ຫັນລັດວິສາຫະກິດເປັນຫຸ້ນສ່ວນ/ຈັດແບ່ງວຽກງານ/ມາດຕະການ/ກໍາມະສິດ
Related







