ໂລກ ແລະ ຄວາມວິຕົກກັງວົນກ່ຽວກັບລັດທິກໍ່ການຮ້າຍ
26/03/2024 09:15
(VOVWORLD) - ເຫດກໍ່ການຮ້າຍທີ່ເກີດຂຶ້ນໃນວັນທີ 22 ມີນາ ຢູ່ ໂຮງລະຄອນ Crocus ຢູ່ນະຄອນຫຼວງ ມົດສະກູ ເປັນສິ່ງພິສູດໃຫ້ເຫັນວ່າ ລັດທິກໍ່ການຮ້າຍຍັງແມ່ນໜຶ່ງໃນບັນດາໄພນາບຂູ່ດ້ານຄວາມໝັ້ນຄົງທີ່ໃຫຍ່ທີ່ສຸດສຳລັບຫຼາຍປະເທດໃນໂລກ.

ຕອນຄ່ຳວັນທີ 22 ມີນາ, ກຸ່ມກໍ່ການຮ້າຍປະກອບອາວຸດໄດ້ຍິງປືນບຸກໂຈມຕີ ແລະ ຖີ້ມລະເບີດແອັດຊັງຈູດເຜົາໂຮງລະຄອນ Crocus City Hall ຢູ່ຊານນະຄອນຫຼວງ ມົດສະກູ (ລັດເຊຍ) ໃນຈຸດເວລາທີ່ມີຜູ້ຊົມນັບໝື່ນຄົນເຕົ້າໂຮມກັນຊົມລາຍການສະແດງດົນຕີ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 137 ຄົນ ແລະ ມີຜູ້ຖືກບາດເຈັບນັບຮ້ອຍຄົນ. ນີ້ແມ່ນເຫດກໍ່ການຮ້າຍອັນຮ້າຍແຮງທີ່ສຸດຢູ່ ລັດເຊຍ ໃນຮອບເວລາ 20 ປີຜ່ານມາ.
TAG
VOV/VOVworld/ບຸກໂຈມຕີ/ກໍ່ການຮ້າຍ/ກຸ່ມ ISIS – K/ວິຕົກກັງວົນ
Related








