VOV WorldVOV World
ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນແຫ່ງການເຄື່ອນໄຫວຂອງສະພາແຫ່ງຊາດຢ່າງບໍ່ຢຸດຢັ້ງ
21/11/2018 09:13
(VOVWORLD) - ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14 ໄດ້ອັດລົງໃນວັນທີ 20 ພະຈິກ ພາຍຫລັງເຮັດວຽກຢ່າງເຂັ້ມງວດ, ປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບມາເປັນເວລາເກືອບ 1 ເດືອນ.
ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນແຫ່ງການເຄື່ອນໄຫວຂອງສະພາແຫ່ງຊາດຢ່າງບໍ່ຢຸດຢັ້ງ
ເຊິ່ງແມ່ນກອງປະຊຸມສະໄໝສາມັນກາງອາຍຸການ 2016 – 2020, ນີ້ແມ່ນໂອກາດ ເພື່ອທົບທວນຄືນໄລຍະທາງໄດ້ຜ່ານໄປເຄິ່ງອາຍຸການ ແລະ ກຳນົດທິດໃຫ້ແກ່ບັນດາໜ້າທີ່ສຳຄັນຂອງເຄິ່ງໄລຍະທາງທີ່ຍັງເຫຼືອ. ພ້ອມກັນນັ້ນ, ກອງປະຊຸມສະໄໝສາມັນຄັ້ງນີ້ ໄດ້ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ, ສ້າງລະບົບນິຕິບັນຍັດ ແລະ ແກ້ໄຂບັນດາບັນຫາໃຫຍ່ ເຊິ່ງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນມີຄວາມສົນໃຈ.   ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14 ໄດ້ອັດລົງໃນວັນທີ 20 ພະຈິກ           ກອງປະຊຸມສະໄໝສາມັນຄັ້ງນີ້ ໄດ້ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ. ນັ້ນແມ່ນການເລືອກຕັ້ງປະທານປະເທດ, ຮັບຮອງເອົາສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP); ປ່ອນບັດໄວ້ວາງໃຈບັນດາຕຳແໜ່ງ ໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ…ບັນດາສະມາຊິກສະພາແຫ່ງຊາດໄດ້ຍົກອອກຄຳຄິດເຫັນປະກອບຢ່າງສຸດອົກສຸດໃຈ ແນໃສ່ແກ້ໄຂບັນດາບັນຫາ ເຊິ່ງຜູ້ມີສິດເລືອກຕັ້ງໃນທົ່ວປະເທດມີຄວາມສົນໃຈ.
TAG
VOV/VOVworld/ປ່ຽນແປງໃໝ່/ຍົກສູງຄຸນນະພາບ/ປະສິດທິຜົນ/ສະພາແຫ່ງຊາດ