ສາກົນ ແລະ ບັນດາສິ່ງທ້າທາຍໃນການລົບລ້າງການຈຳແນກປະພືດເຊື້ອຊາດເຜົ່າພັນ
22/03/2024 08:00
(VOVWORLD) - ສະຫະປະຊາຊາດ ໄດ້ເລືອກເອົາວັນທີ 21 ມີນາ ຂອງແຕ່ລະປີ ເປັນວັນສາກົນລົບລ້າງການຈຳແນກປະພືດເຊື້ອຊາດເຜົ່າພັນ. ໃນສະພາບການປະທະກັນທີ່ເພີ່ມຂຶ້ນ, ຄວາມຂາດສະຖຽນລະພາບດ້ານເສດຖະກິດ, ວິກິດການດ້ານດິນຟ້າອາກາດ ແລະ ການພັດທະນາຢ່າງແຮງຂອງເຕັກໂນໂລຊີ, ບັ້ນຮົບຕ້ານການຈຳແນກການປະພືດເຊື້ອຊາດເຜົ່າພັນໃນໂລກກໍ່ຍິ່ງປະສົບກັບສິ່ງທ້າທາຍໃຫຍ່ຫຼວງ.

ປີ 1979, ສະມັດຊາໃຫຍ່ ສປຊ ໄດ້ເລືອກເອົາວັນທີ 21 ມີນາ ຂອງແຕ່ລະປີເປັນວັນສາກົນລົບລ້າງສະພາບຈຳແນກປະພືດເຊື້ອຊາດເຜົ່າພັນຢ່າງເປັນທາງການ, ເພື່ອແນໃສ່ໄຫວ້ອາໄລເຫດການຜູ້ແຫ່ຂະບວນປະທ້ວງຂອງຄົນຜິວສີ ຊາວອາຟຣີກາໃຕ້ 69 ຄົນທີ່ຖືກເຂັ່ນຂ້າໃນການແຫ່ຂະບວນປະທ້ວງເພື່ອສັນຕິພາບ ຕ້ານລະບອບ Apartheid ຢູ່ປະເທດນີ້ ໃນວັນທີ 21 ມີນາ 1960.
TAG
VOV/VOVworld/ຈຳແນກປະພືດເຊື້ອຊາດເຜົ່າພັນ/ສະພາສິດທິມະນຸດ/ສປຊ
Related








