ສາມັກຄີ ເພື່ອພ້ອມກັນສ້າງສາປະເທດຊາດ
16/11/2023 10:23
(VOVWORLD) - ມະຫາສາມັກຄີທົ່ວປວງຊົນທັງຊາດ ຍາມໃດກໍ່ຮັກສາທີ່ຕັ້ງສຳຄັນພິເສດ, ສະເຫມີຕົ້ນສະເຫມີປາຍ ແລະ ລຸລ່ວງໃນແນວທາງ, ແຜນນະໂຍບາຍຂອງພັກ,ນະໂຍບາຍກົດໝາຍຂອງລັດ ຫວຽດນາມ. ບໍ່ວ່າຈະຢູ່ໃນໄລຍະພັດທະນາໃດຂອງປະເທດຊາດ, ໃນບໍ່ວ່າຜົນງານໃດກໍ່ລ້ວນແຕ່ມີຈິດໃຈສາມັກຄີຂອງກຳມະກອນ, ຊາວນາ, ປັນຍາຊົນ, ນັກທຸລະກິດ, ປະຊາຊົນບັນດາເຜົ່າ, ສາສະຫນາຕ່າງໆ … ເຂົາເຈົ້າປະຕິບັດຕາມບັນດາແຜນນະໂຍບາຍ, ລັດຖະນະໂຍບາຍຂອງພັກ, ລັດ ພ້ອມກັນມຸ່ງໄປເຖິງເປົ້າໝາຍລວມ:ນຳປະເທດຊາດໃຫ້ນັບມື້ນັບພັດທະນາ.

ສາມັກຄີເພື່ອພ້ອມກັນສ້າງສາປະເທດຊາດ. ພາບປະກອບ: dangcongsan.vn ມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນມູນເຊື້ອອັນລ້ຳຄ່າ ທີ່ຍາມໃດກໍ່ໄດ້ແຜ່ກະຈາຍ, ເສີມຂະຫຍາຍໃນຕະຫລອດໄລຍະປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ. ມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນແຫລ່ງກຳລັງແຮງ, ແມ່ນປັດໄຈຕັດສິນຊີ້ຂາດໄຊຊະນະຂອງພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດໃນທຸກສະໄຫມ.
TAG
VOV/VOVworld/ອຸດສາຫະກຳທັນສະໄຫມ/ຈິດໃຈມະຫາສາມັກ/ມະຫາສາມັກ
Related
More








