ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ອິນເດຍ
20/11/2018 08:56
(VOVWORLD) - ທ່ານປະທານາທິບໍດີ ອິນເດຍ Ram Nath Kovind ແລະ ພັນລະຍາ ພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ.

ທ່ານປະທານາທິບໍດີ ອິນເດຍ Ram Nath Kovind ແລະ ພັນລະຍາ ພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ. ການຢ້ຽມຢາມແມ່ນເພື່ອສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ຝ່າຍຕື່ມອີກ, ແນໃສ່ນຳການພົວພັນ 2 ຝ່າຍພັດທະນານັບມື້ນັບແທດຈິງ ແລະ ມີປະສິດທິຜົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ອິນເດຍ Ram Nath Kovind ເລື່ອງທ່ານປະທານາທິບໍດີ ອິນເດຍ Ram Nath Kovind ເລືອກເອົາຫວຽດນາມ ເປັນປະເທດອາຊີ ທຳອິດໃນການໄປຢ້ຽມຢາມ ພາຍຫລັງທ່ານໄດ້ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ອິນເດຍ ໄດ້ສະແດງໃຫ້ເຫັນຄວາມຖືເປັນສຳຄັນຂອງອິນເດຍ ທີ່ສະຫງວນໃຫ້ຫວຽດນາມ, ແມ່ນສິ່ງພິສູດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ພວມພັດທະນານັບມື້ນັບດີງາມ, ມີປະສິດທິຜົນລະຫວ່າງ 2 ຝ່າຍ.
TAG
VOV/VOVworld/ສ້າງກຳລັງໜູນໃໝ່/ອິນເດຍ/ປະທານາທິບໍດີ/Ram Nath Kovind
Related







