ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ: ພາກສ່ວນໜຶ່ງທີ່ສໍາຄັນປະກອບສ່ວນເຂົ້າໃນຜົນສໍາເລັດຂອງຫວຽດນາມ
29/04/2019 07:00
(VOVWORLD) - ປະເທດຫວຽດນາມ ໄດ້ທ້ອນໂຮມເປັນເອກະພາບມາເປັນເວລາ 44 ປີ ນັບແຕ່ລະດູບານໃໝ່ປີ 1975 ເປັນຕົ້ນມາ. ໄລຍະທາງກວ່າ 40 ປີ ແຫ່ງການກໍ່ສ້າງ ແລະ ພັດທະນານັ້ນ ໄດ້ຮັບຮູ້ການປະກອບສ່ວນບໍ່ໜ້ອຍຂອງປະຊາຄົມຊາວຫວຽດນາມທີ່ ອາໄສ ຢູ່ຕ່າງປະເທດ. ຄວາມປາດຖະໜາຢາກອຸທິດສ່ວນເຂົ້າໃນການສ້າງສາປະເທດຊາດ ຂອງ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນໄລຍະປັດຈຸບັນ ແມ່ນນັບມື້ນັບຫຼາຍກວ່າເກົ່າ ດ້ວຍຄວາມປາດຖະໜາ ບໍ່ປະໃຫ້ ຫວຽດນາມ ຖືກຖົກຖອຍຫຼັງໃນບັນດາການແກ້ງແຍ້ງທົ່ວໂລກ.

ການນໍາພັກ, ລັດ ຫວຽດນາມ ໄດ້ຢັ້ງຢືນເຖິງບົດບາດຂອງປະຊາຄົມຊາວຫວຽດນາມ ຢູ່ ຕ່າງປະເທດ ແມ່ນບໍ່ອາດຂາດໄດ້ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໃນບັນດາຜົນງານທີ່ບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ, ລ້ວນແຕ່ມີຂີດໝາຍຈາກບັນດາການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ. ບັນດາການປະກອບສ່ວນນັ້ນ ຍິ່ງແມ່ນສິ່ງທີ່ສໍາຄັນສໍາລັບຜົນສໍາເລັດຂອງຫວຽດນາມ ໃນຫຼາຍຂົງເຂດ.
TAG
VOV/VOVworld/ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ/ຜົນສໍາເລັດ/ອຸທິດສ່ວນ
Related
More








