VOV WorldVOV World
ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນໄດ້ຮັບປະກັນຢູ່ຫວຽດນາມ
18/06/2020 09:52
(VOVWORLD) - ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ ແມ່ນບັນດາຫລັກການພື້ນຖານຂອງມະນຸດ ໂດຍຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດຕາມບັນດາຫລັກການລວມຂອງຖະແຫລງການສາກົນກ່ຽວກັບສິດທິມະນຸດ. ເຖິງຢ່າງໃດກໍຕາມ, ນີ້ແມ່ນບັນຫາສະດຸ້ງໄວ ຊື່ງບັນດາອິດທິກຳລັງເປັນປໍລະປັກ, ປະຕິການ, ຂັດເຄືອງການເມືອງ ເຄີຍສວຍໃຊ້ເພື່ອຕ້ານທຳລາຍພັກ, ລັດ ແລະ ລະບອບສັງຄົມນິຍົມ. ເຖິງແນວໃດກໍຕາມບັນດາຖອ້ຍທຳນອງນີ້ຈະບໍ່ມີຄວາມໝາຍອີກເມື່ອຄວາມຈິງກ່ຽວກັບສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນຢູ່ຫວຽດນາມ ນັບມື້ນັບມີຊີວິດຊີວາ ພິເສດແມ່ນໃນຊຸມມື້ຜ່ານມາ.
ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນໄດ້ຮັບປະກັນຢູ່ຫວຽດນາມ
 ນັກຂ່າວຫວຽດນາມແລະສາກົນປະຕິບັດຫນ້າທີ່ໃນໂອກາດດຳເນີນກອງປະຊຸມສຸດຍອດ       ອາເມລິກາ  -  ສປປ ເກົາຫລີ  ຢູ່ ຮ່າໂນ້ຍ ໂດຍແມ່ນປະເທດສະມາຊິກທີ່ມີຄວາມຮັບຜິດຊອບຂອງ ສປຊ, ຫວຽດນາມ ໄດ້ເຂົ້າຮ່ວມ, ລົງນາມໃນບັນດາສົນທິສັນຍາສາກົນວ່າດ້ວຍການຮັບປະກັນບັນດາສິດພື້ນຖານຂອງມະນຸດ ແລະ ສິດພົນລະເມືອງໂດຍໄວ, ໃນນັ້ນມີ ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ. ມາດຕາ 10 ໃນລັດຖະທຳມະນູນ ລົງວັນທີ 9 ມັງກອນປີ 1946 ຂອງສະພາແຫ່ງຊາດຫວຽດນາມ ໄດ້ຊີ້ແຈ້ງວ່າ: “ພົນລະເມືອງຫວຽດນາມ ມີ: ສິດເສລີໃນການປາກເວົ້າ, ສິດເສລີໃນການຈັດພິມຈຳຫນ່າຍ, ສິດເສລີໃນການຈັດຕັ້ງ ແລະ ໂຮມປະຊຸມ; ສິດເສລີ ໃນການເຫລື້ອມໃສສາສະຫນາ; ສິດເສລີໃນການພັກອາໄສ, ໄປມາຢູ່ພາຍໃນປະເທດ ແລະຕ່າງປະເທດ”. ບັນດາສິດພື້ນຖານນີ້ແມ່ນໄດ້ກຳນົດໄວ້ໃນລັດຖະທຳມະນູນສະບັບຕ່າງໆຂອງຫວຽດນາມ ແລະ ສືບຕໍ່ໄດ້ລະບຸໄວ້ໃນມາດຕາ 25 ຂອງລັດຖະທຳມະນູນປີ 2013 ວ່າ: “ພົນລະເມືອງ ມີ ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ, ມີສິດສຳຜັດກັບຂໍ້ມູນຂ່າວ, ໂຮມປະຊຸມ, ສ້າງຕັ້ງສະມາຄົມ, ແຫ່ຂະບວນປະທ້ວງ. ການປະຕິບັດບັນດາສິດດັ່ງກ່າວລ້ວນແຕ່ໄດ້ ກຳນົດໃນກົດໝາຍ.”
TAG
VOV/VOVworld/ສື່ມວນ​ຊົນ/ສິດເສລີໃນການປາກເວົ້າ

More